ຕັ້ງແຜນທີ່ຢັ້ງຢືນອະທິ ປະໄຕໝູ່ເກາະຮ່ວາງຊາ ແລະເຈື່ອງຊາຢູ່ຕາມ ສະຖານທີ່ທ່ອງທ່ຽວ

ຕັ້ງແຜນທີ່ຢັ້ງຢືນອະທິ ປະໄຕໝູ່ເກາະຮ່ວາງຊາ ແລະເຈື່ອງຊາຢູ່ຕາມ ສະຖານທີ່ທ່ອງທ່ຽວ - ảnh 1
ຕັ້ງ​ແຜນ​ທີ່​ຢັ້ງຢືນອະທິປະ​ໄຕ​ໝູ່​ເກາະ​ຮ່ວາງ​ຊາ ​
ແລະ ​ເຈື່ອງ​ຊາ ຢູ່ສະຖາ​ນີລົດ​ໄຟ​ເຫ໋ວ

(ພາບ: baomoi.com)

(vovworld) -     ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ​ເທື່ອ​ທຽນ​ເຫ໋ວ ພວມ​ຜັນ​ຂະຫຍາຍ​ການຕັ້ງ​ແຜນ​ທີ່​ຢັ້ງຢືນອະທິປະ​ໄຕ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢູ່​ບັນດາ​​ເຂດປູຊະນີຍະສະ​ຖານ, ສະຖານ​ນີລົດ​ໄຟ, ສະໜາມ​ຫຼວງ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​ກວ່າ ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ຢືນຢັນ​ອະ​ທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງຫວຽດນາມ. ທ່ານ ກາວ​ຈິ໋ຫາຍ, ຮອງ​ຫົວໜ້າ​ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ​ເທື່ອ​ທຽນ​ເຫ໋ວ ​ໃຫ້​ຮູ້​ວ່າ.

        “ຂະ​ແໜງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ​ເທື່ອ​ທຽນ​ເຫ໋ວ ​ໄດ້ສົມທົບ​ກັບບັນດາ​ຫົວໜ່ວຍ​ໃນ​ບໍລິ​ເວນ​ແຂວງ​ຈັດ​ຕັ້ງ​ການ​ໂຄສະນາ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ປະ​ເທດຊາດ, ພິ​ເສດ​​ແມ່ນກ່ຽວ​ກັບ​ອະທິປະ​​​ໄຕຂອງ​ປະ​ເທດ​ຊາດ, ​ອະທິປະ​ໄຕ​ກ່ຽວ​ກັບ​ເຂດ​ທະ​ເລ​ໝູ່​ເກາະ​ຢັ້ງຢືນ​ອະທິປະ​ໄຕ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​​ແມ່ນຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ. ບັນດາ​ແຜນ​ທີ່​ດັ່ງກ່າວຖືກ​ຕັ້ງ​ຢູ່​ສະຖານ​ທີ່​ມີ​ຄົນ​ໄປມາ ​ແລະ ມີນັກ​ທ່ອງ​ທ່ຽວ​ສາກົນ​ຫຼາຍ​ຄົນມາ​ທ່ອງ​ທ່ຽວ ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເຫັນ​ໄດ້​ສະຕິ​ຄວາມ​ຮັບຜິດຊອບຂອງ​ຊາວ​ຫວຽດນາມ ຕໍ່​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ”.

        ​ແຜນ​ທີ່​ໃຫຍ່ 4 ​ແຜ່ນ​ເຊິ່ງພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ​ເທື່ອ​ທຽນ​ເຫ໋ວ ​ໄດ້​ນຳ​ມາຕັ້ງ​ຢູ່​​ເຂດ​ວັງ​ທ໋າຍຮ່ວາ - ດ້າຍ​ໂນ້ຍ​ເຫ໋ວ; ສະຖາ​ນີລົດ​ໄຟ​ເຫ໋ວ, ​ເຂດ​ປູ​ຊະນີ​ຍະສະ​ຖານ ຍີ​ລວນ​ເດື່ອງ, ຫໍພິພິຕະພັນ​ປະຫວັດສາດ​ປະຕິວັດ ​ແລະ ສະໜາມ​ຫຼວງ​ສູນວັດທະນະທຳ​ຖະ​ແຫຼ​ງຂ່າວ​ຂອງ​ແຂວງ. ບັນດາ​ແຜນ​ທີ່​ລ້ວນ​ແຕ່​ຖືກ​ໝາຍ​ເຫດ​ດ້ວຍ​ພາສາ​ຫວຽດນາມ, ຈີນ ​ແລະ ອັງກິດ. ບັນດາ​ແຜນ​ທີ່​ລວມມີ; ​ແຜນ​ທີ່​ປະ​ເທດ ດ້າຍ​ນາມ (ພິມ​ຈຳໜ່າຍປີ 1834, ​ສະ​​ໄໝເຈົ້າ​ຊີວິດ​ມິ​ງມ້າງ), ​ແຜນ​ທີ​່ປະ​ເທດ ອານ​ນາມ (ປີ 1838), ​ແຜນ​ທີ່ສະ​ໄໝ​ລາດ​ຊະ​ວົງ ຊິງ ຂອງ​ຈີນ (ປີ 1904), ​ແຜນ​ທີ່​ບັນດາ​ສະຖານີອຸຕຸນິຍົມ​ອິນດູຈີນ (ປີ 1940).

ຂ່າວ/ບົດ​ອື່ນ