ຕັ້້ງໜ້າ, ເປັນເຈົ້າການໃນການຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີການຢ້ຽມຢາມບັນດາປະເທດຄູ່ຮ່ວມມືສຳຄັນ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ກັບເພື່ອນມິດທີ່ເປັນມູນເຊື້ອ ທັງຢູ່ ອາເມລິກາ ລາຕິນ ແລະ ອາຟຣີກາ.
ຕັ້້ງໜ້າ, ເປັນເຈົ້າການໃນການຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດ - ảnh 1ທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ
(ພາບ:Doãn Tấn/TTXVN)

ຕາມທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ແລ້ວ, ໃນປີຜ່ານມາ, ການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດໄດ້ຮັບບັນດາໝາກຜົນສຳຄັນ, ປະກອບສ່ວນສ້າງຂີດໝາຍ, ຈຸດເດັ່ນໃນການພົວພັນຕ່າງປະເທດລວມຂອງປະເທດຊາດ.

        ເປັນໜ້າສົນໃຈແມ່ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີການຢ້ຽມຢາມບັນດາປະເທດຄູ່ຮ່ວມມືສຳຄັນ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ກັບເພື່ອນມິດທີ່ເປັນມູນເຊື້ອ ທັງຢູ່ ອາເມລິກາ ລາຕິນ ແລະ ອາຟຣີກາ. ລະອຽດຄື, ເດືອນ ເມສາ 2023, ທ່ານປະທານສະພາແຫ່ງຊາດ ໄດ້ມີການຢ້ຽມຢາມ ກູບາ ຢ່າງເປັນທາງການ, ຢັ້ງຢືນການພົວພັນສາມັກຄີ, ມິດຕະພາບພິເສດ, ແບບຢ່າງຈິດໜຶ່ງໃຈດຽວ ຫວຽດນາມ - ກູບາ ຄືນໃໝ່. ຖັດມາ ແມ່ນການຢ້ຽມຢາມ ອັກຊັງຕິນ (ຄູ່ຮ່ວມມືຮອບດ້ານ) ແລະ ສ Uruguay (ຄູ່ຮ່ວມມືມິດຕະພາບ ແລະ ສາມັກຄີທີ່ເປັນມູນເຊື້ອ) ທີ່ມີຄວາມໝາຍສຳຄັນທີ່ສຸດຢູ່ພາກພື້ນ ອາເມລິກາ ໃຕ້, ປະກອບສ່ວນນຳການພົວພັນຂອງ ຫວຽດນາມ ກັບພາກພື້ນນີ້ນັບມື້ນັບພັດທະນາ.

ສຳລັບບັນດາປະເທດບ້ານໃກ້ເຮືອນຄຽງ, ທ່ານປະທານສະພາແຫ່ງຊາດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1; ຢ້ຽມຢາມ ລາຊະອານາຈັກ ໄທ.

ນອກຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ກໍ່ມີການຢ້ຽມຢາມ ບັງກະລາເທດ ແລະ ບຸນກາຣີ ຢ່າງເປັນທາງການ.

ສຳລັບບັນດາເວທີປາໄສຫຼາຍຝ່າຍ, ທ່ານປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມໃຫຍ່ AIPA 44 ຢູ່ ອິນໂດເນເຊຍ. ການພົວພັນຕ່າງປະເທດໜຶ່ງອີກທີ່ສຳຄັນໃນປີ 2023 ແມ່ນກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງ ທີ 9, ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໄດ້ບັນລຸຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນ, ກໍ່ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນສະຫະພັນລັດຖະສະພາໂລກ (IPU).

ຕອບກັບ

ຂ່າວ/ບົດ​ອື່ນ