ຕັ້ງໜ້າກະກຽມໃຫ້ແກ່ການຈັດຕັ້ງງານມະຫາກຳກິລາ SEA Games 31 ແລະ ASEAN Para Games 11

(VOVWORLD) - ຕອນບ່າຍວັນທີ 16 ກໍລະກົດ, ທ່ານ ເວືອງບີ໊ກທັ໊ງ, ຫົວໜ້າກົມໃຫຍ່ກິລາກາຍຍະກຳ ຫວຽດນາມ ໃຫ້ຮູ້ວ່າ: ຂະແໜງກິລາກາຍຍະກຳ  ພວມຕັ້ງໜ້າຜັນຂະຫຍາຍບັນດາວຽກງານກະກຽມໃຫ້ແກ່ການຈັດຕັ້ງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ແລະ ງານມະຫາກຳກິລາຄົນພິການຄັ້ງທີ 11 (ASEAN Para Games 11) ເຊິ່ງຈະດຳເນີນຢູ່ ຫວຽດນາມ ໃນປີ 2021.
ຕັ້ງໜ້າກະກຽມໃຫ້ແກ່ການຈັດຕັ້ງງານມະຫາກຳກິລາ SEA Games 31 ແລະ ASEAN Para Games 11 - ảnh 1 ຕັ້ງໜ້າກະກຽມໃຫ້ແກ່ການຈັດຕັ້ງງານມະຫາກຳກິລາ SEA Games 31 ແລະ ASEAN Para Games 11 (ພາບ: TTXVN)

        ຕາມນັ້ນແລ້ວ, ທາງຂະແໜງຈະສ້າງຕັ້ງສູນບໍລິຫານ, ບັນດາອະນຸກຳມະການ, ຄະນະຈັດຕັ້ງບັນດາຄະນະກິລາຂອງ 2 ງານມະຫາກຳກິລາດັ່ງກ່າວ. ພ້ອມກັນນັ້ນ, ທາງຂະແໜງ ກໍ່ຈະສືບຕໍ່ສຸມໃສ່ແຫຼ່ງກຳລັງການລົງທຶນ ເພື່ອຝຶກແອບກຳລັງນັກກິລາ ກະກຽມໃຫ້ແກ່ຮອບຄັດເລືອກ Olympic, Paralypic 2021, SEA Games 31, ASEAN Para Games 11 ແລະ ທິມບານເຕະເຂົ້າຮ່ວມການແຂ່ງຂັນ AFF Cup, SEA Games 31 ແລະ ຮອບຄັດເລືອກ World Cup 2022.

ຕອບກັບ

ຂ່າວ/ບົດ​ອື່ນ