ຕັ້ງໜ້າໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບການ

ຕັ້ງໜ້າໂຄສະນາກ່ຽວກັບການເລືອກຕັ້ງດ້ວຍຫຼາຍຮູບການ - ảnh 1
ງານວາງສະແດງ “ປະທານ ​ໂຮ່ຈີ​ມິນ ກັບ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ”
(ພາບ: quangngai.gov.vn)

(vovworld) – ວັນ​ທີ 18/5, ພະ​ແນກ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ກວາງ​ຫງາຍ ​ໄດ້​ໄຂ​ງານ​ວາງສະ​ແດງ​ພາບ​ຖ່າຍ, ພາບ​ແຕ້ມດ້ວຍ​ຫົວ​ຂໍ້ “ປະທານ ​ໂຮ່ຈີ​ມິນ ກັບ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ”. ງານ​ວາງສະ​ແດງ​ໄດ້​ແນະນຳ​​​ພາບ​ຖ່າຍ​ຂາວ​ດຳ 45 ​ແຜ່ນ​ທີ່​ດີ​ເດັ່ນ​ກ່ຽວ​ກັບ​ຫົວ​ຂໍ້ “ປະທານ ​ໂຮ່ຈີ​ມິນ ກັບ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ” ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ສະໜອງ ​ແລະ ພາບ​ໂຄສະນາ 20 ​ແຜ່ນ​ກ່ຽວ​ກັບ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸ​ກຂັ້ນ​ອາຍຸ​ການ 2016 – 2021 ​ໂດຍ​ກົມວັດທະນະທຳ​​ຮາກ​ຖານ​ພິມຈຳ​ໜ່າຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນຳ​ຂໍ້​ມູນ​ຂ່າວສານ​​ລົງ​ຮາກ​ຖານ, ຜ່ານ​ນັ້ນ​ສະໜອງ​ຂໍ້​ມູນ​ຂ່າວຊ່ວຍ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ໃນ​ບໍ​ລິ​ເວນ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ຄວາມ​ຮ​ັບຜິດ​ຊອບ ​ແລະ ພັນທະ​ຂອງ​ຕົນ, ​ເສີມ​ຂະຫຍາຍ​ສິດ​ປະຊາທິປະ​ໄຕ, ຫ້າວຫັນ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ, ​ເພື່ອ​ໃຫ້​ວັນ​ເລືອກ​ຕັ້ງ​ກາຍ​ເປັນ​ວັນ​ບຸນ​ແຫ່ງ​ຄວາມມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ຢ່າງ​ແທ້ຈິງ. ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ມຸ້ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 126 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ (19/5/1890 – 19/5/2016).


ຂ່າວ/ບົດ​ອື່ນ