ຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບປະກັນສຸຂະພາບ

ຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບປະກັນສຸຂະພາບ - ảnh 1
ທ່ານນາງ ຕອງທິຟອງ ຮອງປະທານສະພາແຫ່ງຊາດ
ພາບ: internet

(vovworld)- ຕອນ​ເຊົ້າ​ວັນ​ທີ 11/9, ສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 21, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ປະກັນ​ສຸຂະພາບ​ໄລຍະ 2009- 2012. ປຶກສາ​ຫາລື​ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຖື​ວ່າ​: ບົດ​ລາຍ​ງານ​ຂອງ​ຄະນະ​ຕິດຕາມ​ກວດກາ​ໄດ້​ຕີ​ລາຄາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ​ໝາກຜົນ​ທີ່​ບັນລຸ​ໄດ້​ກໍ​ຄື​ຄວາມ​ຫຍຸ້ງຍາກ, ຂໍ​້ຕິດ​ຂັດ​ທີ່​ເກີດ​ຂຶ້ນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ສຸຂະພາບ. ພາຍຫລັງ 3 ປີ​ແຫ່ງ​ການ​ປະຕິບັດ, ມາ​ຮອດ​ປີ 2012, ມີ​ເກືອບ 8 ລ້ານ​ຄົນ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ, ຍົກ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ຂຶ້ນ​ເຖິງ 59 ລ້ານ​ຄົນ, ກວມ​ເກືອບ 70% ພົນລະ​ເມືອງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານ​ສະພາ​​ແຫ່ງ​ຊາດ ອວງຈູ​ລື​ວ ຖື​ວ່າ: ຄວນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ສັງຄົມ​ເພື່ອ​ນຳ​ປະກັນ​ສຸຂະພາບ​ເຖິງ​ປະຊາຊົນ​ທຸກ​ຄົນ.

        “ຂ້າພະ​ເຈົ້າ​ສະ​ເຫ​ນີ ຕ້ອງ​ເຮັດ​ແຈ້ງ​ຄວາມ​ຮັບຜິດຊອບ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ການ​ຮັບປະກັນ ການ​ປະກັນ​ສຸຂະ​ພາບ​​ເພື່ອ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ”


ຂ່າວ/ບົດ​ອື່ນ