ຕິດຕາມກວດກາຍົກສູງກຳລັງແກ່ງແຍ້ງໃນຂົງເຂດອາກອນ ແລະ ພາສີ

ຕິດຕາມກວດກາຍົກສູງກຳລັງແກ່ງແຍ້ງໃນຂົງເຂດອາກອນ ແລະ ພາສີ - ảnh 1
(ພາບປະກອບ: chinhphu.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 07/04, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໂຄງການ​ຕິດຕາມ​ກວດກາ​ການ​ປະຕິບັດ​ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ​ໃນ​ຂົງ​ເຂດອາກອນ ​ແລະ ພາສີ. ​ໂຄງການ​ຕິດຕາມ​ກວດກາ ​ໄດ້​ຮັບ​ການ​ປະຕິບັດ​ລະຫວ່າງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ; ກະຊວງ​ການ​ເງິນ; ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ; ຮ່ວມ​ສຳພັນ​ສະຫະກອນ​ຫວຽ​ດນາມ; ສະມາຄົມ​ວິ​ສາ​ຫະກິດ​ຂະ​ໜາດ​ນ້ອຍ ​ແລະ ​ຂະໜາດກາງຫວຽດນາມ ​ແລະ ສະມາ​ຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ. ຈຸດປະສົງ​ຂອງ​ພິທີ​ລົງ​ນາມ ​ແມ່ນ​ເພື່ອ​ແນ​ໃສ່​ຮັບ​ເອົາ​ຄຳ​ເຫັນ, ການຕີ​ລາຄາ​ຂອງ​ວິ​ສາ​ຫະກິດ​ກ່ຽວ​ກັບ​ໝາກຜົນ​ການ​ປະຕິ​ຮູ​ບລະບຽບ​ການ​ບໍລິຫ​າ​ນອາກອນ - ພາສີ; ຄົ້ນ​ພົບ; ສະ​ເໜີ​ບັນດາ​ລະ​ບຽບການ​ບໍລິຫານ​ຕ້ອງ​ໄດ້​ຮັບ​ການ​ຄົ້ນ​ຄວ້າ ​ແລະ ​ໃຫ້​ບຸລິມະສິດ​ແກ່​ການ​ປະຕິ​ຮູບ​ໃນ​ໄລຍະ​ຕໍ່​ໄປ. ພ້ອມ​ທັງ​ສະ​ເໜີ​ມາດ​ຕະການ​ແກ້​ໄຂ​ເພື່ອ​ປະກອບສ່ວນ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ດຳ​ເນີນ​ທຸລະ​ກິດ, ຫຼຸດ​ຜ່ອນ​ວິວັດ​ການ​ແກ້​ໄຂ, ຫຼຸດຜ່ອນ​ເວລາ​ປະຕິບັດ​ລະ​ບຽບການ​ບໍລິຫານ, ຮັບປະກັນ​ລັກສະນະ​ກະຈ່າງ​ແຈ້ງ ​ແລະ ຍົກ​ສູງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ບໍລິຫານ​ຂອງ​ລັດ. ຕາມ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ, ບັນດາ​ຝ່າຍ​ຈະເພີ່ມ​ທະວີວຽກງານ​ໂຄສະນາ, ຍົກ​ສູງ​ຄວາມ​​ຮູ້, ຄວາມຮັບຜິດຊອບ​ຂອງ​ບັນດາວິ​ສາ​ຫະກິດ​​ໃນ​ການ​ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ອາກອນ ​ແລະ ພາສີ; ຕິດຕາມ​ກວດກາ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ທີ່​ກ່ຽວຂ້ອງ​ເຖິງ​ການຫຼຸດຜ່ອນ, ປັບປຸງ​ເພີ່ມ​ເຕີມ, ປ່ຽນ​ໃໝ່​ບັນດາ​ລະບຽບ​ການ​​ທີ່​ບໍ່​ຈຳ​ເປັນ, ​ແຈ້ງ​ພາສີ​ສິ້ນ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ.

ຂ່າວ/ບົດ​ອື່ນ