ຕິດຕາມກວດກາວຽກງານກະກຽມໃຫ້ແກ່ການເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ

ຕິດຕາມກວດກາວຽກງານກະກຽມໃຫ້ແກ່ການເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ - ảnh 1
(ທ່ານ​ນາ​ງຮອງ​ປະທານ​ສະພາ​ແຫ່ງຊາດ,
ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ)


(vovworld) - ວັນ​ທີ 16/03, ບັນດາ​ຄະນະ​ປະຕິບ​ັດງານ​ສູນ​ກາງ ​ໄດ້​ລົງ​ເຮັດ​ວຽກ, ຕິດຕາມ​ກວດກາ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ ອາຍຸ​ການ 2016 – 2021 ຢູ່​ແຂວງ​ກວາງ​ນິງ, ກວາງ​ງ້າ​ຍ ​ແລະ ກວາງ​ຈິ້.

        ຢູ່​ແຂວງ​ກວາງ​ນິງ, ທ່ານ​ນາ​ງຮອງ​ປະທານ​ສະພາ​ແຫ່ງຊາດ, ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ຕີ​ລາຄາ​ສູງ​ການ​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ແຂວງ ​ໃນ​ການ​ປະຕິບັດ​ຂັ້ນ​ຕ​ອນການ​ເລືອກຕັ້ງ​ຢ່າງ​ເຂັ້ມ​ງວດ, ຖືກ​ຕາມ​ກົດໝາຍ ແລະ ການ​ແນະນຳ​ຂອງ​ສູນ​ກາງ… ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​​ເນັ້ນ​ໜັກ​ວ່າ.

        “​ແຂວງ​ກວາງ​ນິງ ຕ້ອງ​ຖື​ເປັນ​ສຳຄັນ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການ​ເລືອກຕັ້ງ​ກວ່າ​ອີກ, ຮຽກຮ້ອງ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ວັນ​ເລືອກ​ຕັ້ງ. ນັ້ນ​ແມ່ນ​ການ​ໂຄສະນາ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ຕ້ອງ​ມີ​ຄວາມ​ສະ​ເໝີ​ພາບ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ. ​ພ້ອມ​ກັນນັ້ນ ວຽກ​ງານ​​ການເລືອກ​ຕັ້ງ​ຕ້ອງ​ຮັບປະກັນ​​ດ້ານ​ໂຄງປະກອບ, ມາດ​ຕະຖານ…”

        ທີ່​ການ​ເຮັດ​ວຽກ​ຢູ່​ແຂວງ​ກວາງ​ງ້າ​ຍ, ທ່ານ ຮີນ​ງອກ​ເຊີນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ກຳມະການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ແຂວງ ກວາງ​ງ້າ​ຍ ຕ້ອງ​ສ້າງບັນຊີ​ລາຍຊື່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ຊາວ​ປະມົງ​ພວມ​ຫາ​ປາ​ຢູ່​ໄກ່​ຝັ່ງ​​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​​ໄດ້​ປ່ອນ​ບັດເລືອກ​ຕັ້ງ, ຮັບປະກັນ​ສິດ​ເລືອກ​ຕັ້ງ​​ໃຫ້​ເຂົາ​ເຈົ້າ.

        ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ເລືອກ​ຕັ້ງ ​ໂດຍ​ທ່ານ ດ່າວຈ້ອງ​ທີ, ກຳມະກາ​ນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມເຍົາວະ​ຊົນ ​ອະ​ນຸ​ຊົນນ​ຳໜ້າ​ຄະນະ​​ລົງກວດກາ​ວຽກ​ງານ​ກະກຽມ​ໃຫ້ການ​ເລືອກ​ຕັ້ງ​ຢູ່​ແຂວງ​ກວາງ​ຈິ້. ທ່ານ ດ່າວຈ້ອງ​ທີ ​ໄດ້​​​ຕັກ​ເຕືອນແຂວງຕ້ອງ​ຊີ້​ນຳ​ວຽກ​ງານ​ບຸກຄະລາ​ກອນ​ເປັນ​ຢ່າງ​ດີ, ​ເອົາ​ໃຈ​ໃສ່​ເຖິງ​ພາກ​ສ່ວນ, ອັດຕາ​ແມ່ຍິງ, ອັດຕາ​ຊາວ​ເຜົ່າ​ສ່ວນໜ້ອຍ​​ບໍ່​ສັງ​ກັດພັກ, ອັດຕາ​​ຄົນໜຸ່ມ; ຮັບປະກັນ​ສຳ​ເນົາ, ລະບຽບການ​ຖືກ​ຕາມ​ຂໍ້​ກຳນົດ​ສຳລັບ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ