ຕັດ​ສິນ​ໃຈ​ກໍ່ສ້າງ​ພັກ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ, ​ເປັນ​ປະ​ເທດ​ຮັ່ງມີ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສິ​ວິ​ໄລ

(VOVWORLD) -  ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກການກຳນົດແນວທາງພັດທະນາຂອງປະເທດຮອດປີ 2030, ວິໄສທັດຮອດປີ 2045; ວາງອອກບັນດາເປົ້າໝາຍຍຸດທະສາດ, ຮອດກາງສະຕະວັດທີ 21, ຫວຽດນາມ ຈະກາຍເປັນປະເທດພັດທະນາຕາມການກຳນົດທິດ ສັງຄົມນິຍົມ
ຕັດ​ສິນ​ໃຈ​ກໍ່ສ້າງ​ພັກ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ, ​ເປັນ​ປະ​ເທດ​ຮັ່ງມີ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສິ​ວິ​ໄລ - ảnh 1ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ພາບ: TTXVN)

ທ່ານພົນເອກ, ສາດສະດາຈານ, ປ.ອ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນມື້ນີ້ ໄດ້ລົງພິມບົດຂຽນ “ຕັດສິນໃຈກໍ່ສ້າງພັກໃຫ້ໝັ້ນຄົງເຂັ້ມແຂງ, ປະເທດ ຫວຽດນາມ ຮັ່ງມີ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.

ບົດຂຽນເນັ້ນໜັກວ່າ: ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກການກຳນົດແນວທາງພັດທະນາຂອງປະເທດຮອດປີ 2030, ວິໄສທັດຮອດປີ 2045; ວາງອອກບັນດາເປົ້າໝາຍຍຸດທະສາດ, ຮອດກາງສະຕະວັດທີ 21, ຫວຽດນາມ ຈະກາຍເປັນປະເທດພັດທະນາຕາມການກຳນົດທິດ ສັງຄົມນິຍົມ; ປຸກລຸກທົ່ວພັກ, ທົ່ວປວງຊົນທັງຊາດ ແລະ ທົ່ວກອງທັບມີຈິດໃຈຮັກຊາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເມດຕາປານີ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄວາມຄາດຫວັງ ພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ມີຄວາມຜາສຸກ. ໂດຍປະຕິບັດໄດ້ 2/3 ໄລຍະທາງແລ້ວ, ມາຮອດປັດຈຸບັນ ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກບັນລຸໄດ້ຜົນສຳເລັດ, ໝາກຜົນຫຼາຍຢ່າງທີ່ມີລັກສະນະບາດລ້ຽວ.

ບົດຂຽນກໍ່ໃຫ້ຂໍ້ສັງເກດວ່າ ກ່ຽວກັບສະພາບການຜັນແປໃນຊຸມປີມໍ່ໆມານີ້ ສະແດງໃຫ້ເຫັນ, ໂລກພວມໃນໄລຍະປ່ຽນແປງໃໝ່ທີ່ມີລັກສະນະຍຸກສະໄໝ. ນັບແຕ່ນີ້ຮອດປີ 2030 ແມ່ນ ໄລຍະສຳຄັນເພື່ອກຳນົດຄວາມເປັນລະບຽບຮຽບຮ້ອຍຂອງໂລກໃໝ່. ດັ່ງນັ້ນ ຫວຽດນາມ, ມີສິ່ງທ້າທາຍ ແລະ ກາລະໂອກາດຫຼາຍຢ່າງ. ເພື່ອຍາດແຍ່ງໄດ້ກາລະໂອກາດ, ຂໍ້ສະດວກ, ຍູ້ໃຫ້ຄວາມສ່ຽງ, ສິ່ງທ້າທາຍຖອນໄປ, ເພີ່ມທະວີຄວາມສາມາດບົ່ມຊ້ອນ, ກຳລັງແຮງ ເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກຢ່າງມີໄຊ; ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ຕ້ອງມານະພະຍາຍາມສູ້ຊົນ, ຮ່ວມແຮງຮ່ວມໃຈ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ແລະ ບົດຮຽນປະສົບການອັນລ້ຳຄ່າຂອງພັກຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ