ຕັດສິນໃຈຍົກການພົວພັນຍຸດທະສາດ ຫວຽດນາມ - ໄທ ໃຫ້ຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ການຢ້ຽມຢາມເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງຂອງ ຫວຽດນາມ ໃນການສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ໄທ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ
ຕັດສິນໃຈຍົກການພົວພັນຍຸດທະສາດ ຫວຽດນາມ - ໄທ ໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈິແທັງ
(ພາບ: TTXVN)

        ໂດຍຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໄທ ປຣະຢຸດ ຈັນໂອຊາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມບັນດາການນຳເສດຖະກິດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29 ທີ່ຈັດຂຶ້ນຢູ່ ບາງກອກ, ປະເທດ ໄທ, ແຕ່ວັນທີ 16 – 19 ພະຈິກ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ໄທ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈິແທັງ, ຢືນຢັນວ່າ:

        “ການຢ້ຽມຢາມເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງຂອງ ຫວຽດນາມ ໃນການສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ໄທ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ບັນລຸປະສິດທິຜົນ. ອາດເວົ້າໄດ້ວ່າ ນີ້ແມ່ນການຢ້ຽມຢາມມີລັກສະນະປະຫວັດສາດ, ສ້າງຂີດໝາຍໃນການພົວພັນລະຫວ່າງ 2 ປະເທດຖານບ້ານໃກ້ເຮືອນຄຽງ ລ້ວນແຕ່ເປັນສະມາຊິກ ອາຊຽນ, ພ້ອມກັນຢູ່ເຂດອະນຸພາກພື້ນ ແມ່ນ້ຳຂອງ. ພາຍຫຼັງໄລຍະ 24 ປີ, ໂດຍສະເພາະພາຍຫຼັງ ຫວຽດນາມ ແລະ ໄທ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ສາຍພົວພັນລະຫວ່າງ 2 ປະເທດກໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງວ່ອງໄວ”.

        ໂດຍຕີລາຄາສູງວຽກງານກະກຽມຂອງ ໄທ ໃຫ້ແກ່ກອງປະຊຸມ APEC, ທ່ານເອກອັກຄະລັດຖະທູດ ຟານຈິແທັງ ໃຫ້ຮູ້ວ່າ, ຫວຽດນາມ ສະໜັບສະໜູນບົດບາດເປັນເຈົ້າພາບຂອງ ໄທ ໃນປີ APEC 2022, ພ້ອມທັງຕັ້ັ້ງໜ້າເຂົ້າຮ່ວມບັນດາກົນໄກຂອງ APEC.

ຕອບກັບ

ຂ່າວ/ບົດ​ອື່ນ