ຕັດສິນໃຈບັນລຸແຜນການເຕີບໂຕເສດຖະກິດສູງສຸດໃນປີນີ້

(VOVWORLD) - ບົດລາຍງານໄດ້ຄົ້ນຄ້ວາດ້ວຍການໜູນຊ່ວຍຈາກລັດຖະບານ ເຢຍລະມັນ ຜ່ານໂຄງການ ປະຕິຮູບເສດຖະກິດມະຫາພາກ /ການເຕີບໂຕສີຂຽວ

ຄວນຕັດສິນໃຈເພື່ອບັນລຸໄດ້ແຜນການເຕີບໂຕເສດຖະກິດສູງສຸດໃນປີນີ້ - ນີ້ແມ່ນສານໄດ້ຍົກອອກມາທີ່ກອງປະຊຸມສຳມະນາ ປະກາດ ບົດລາຍງານ “ເສດຖະກິດ ຫວຽດນາມ 6 ເດືອນຕົ້ນປີ ແລະ ແງ່ຫວັງທ້າຍປີ 2023”, ໂດຍສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ ຈັດຂຶ້ນໃນຕອນເຊົ້າວັນທີ 10 ກໍລະກົດ ຢູ່ຮ່າໂນ້ຍ. ບົດລາຍງານໄດ້ຄົ້ນຄ້ວາດ້ວຍການໜູນຊ່ວຍຈາກລັດຖະບານ ເຢຍລະມັນ ຜ່ານໂຄງການ ປະຕິຮູບເສດຖະກິດມະຫາພາກ /ການເຕີບໂຕສີຂຽວໂດຍອົງການຮ່ວມມືພັດທະນາ ເຢຍລະມັນ GIZ ສົມທົບກັນຜັນຂະຫຍາຍ.

        ບົດລາຍງານອັບເດດໝາກຜົນຂອງການຄາດຄະເນການເຕີບໂຕເສດຖະກິດປີນີ້ຕາມ 3 ແຜນການ, ດ້ວຍລະດັບການເຕີບໂຕເສດຖະກິດ GDP ຕາມລຳດັບແມ່ນ: 5,34%, 5,72% ແລະ 6,46%. ທ່ານ ຫງວຽນແອັງເຢືອງ, ຫົວໜ້າຄະນະຄົ້ນຄ້ວາສັງລວມ, ສະຖາບັນຄົ້ນຄ້ວາເສດຖະກິດສູນກາງ, ໃຫ້ຂໍ້ສັງເກດວ່າ:

        “ຢູ່ພາຍໃນປະເທດ, ຮຽກຮ້ອງຕ້ອງມີຄວາມຕັດສິນໃຈຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆໃນການປະຕິບັດບັນດານະໂຍບາຍທີ່ໄດ້ວາງອອກ. ຂ້າພະເຈົ້າຄິດວ່າ ນະໂຍບາຍຂອງ ຫວຽດນາມ ແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ໃນໄລຍະຜ່ານມາແມ່ນຖືກຕ້ອງທີ່ສຸດ. ແຕ່ບັນຫາສຳຄັນແມ່ນການຈັດຕັ້ງປະຕິບັດ. ເຮັດແນວໃດເພື່ອຈັດຕັ້ງປະຕິບັດໄດ້ ແລະ ປະຕິບັດຢ່າງເດັດຂາດ, ປະຕິບັດໄວ ເພື່ອໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມວິສາຫະກິດໄດ້ຮັບການປັບປຸງ, ການປ່ອຍເງິນລົງທຶນຂອງລັດ ປະຕິບັດຢູ່ໃນລະດັບສູງສຸດ. ເຮັດໄດ້ຄືແນວນັ້ນ, ໝາກຜົນການເຕີບໂຕຂອງ ຫວຽດນາມ ຈະໄດ້ຮັບການປັບປຸງ”.

ຕອບກັບ

ຂ່າວ/ບົດ​ອື່ນ