ຕັດສິນໃຈບໍ່ແລກອະທິປະໄຕເອົາຄວາມມິດຕະພາບແບບລະເມີເຟີຝັນ

ຕັດສິນໃຈບໍ່ແລກອະທິປະໄຕເອົາຄວາມມິດຕະພາບແບບລະເມີເຟີຝັນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ໃນການປະຊຸມຂ່າວຢູ່ ຟິລິບປິນ
(ພາບ: Nhật Bắc)

(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຟິລິບ​ປິນ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ ຢູ່​ນະຄອນຫຼວງ ມາ​ນີລາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​​ໄດ້​ຕອບ​ສຳພາດ​ສຳນັກ​ຂ່າວສານ AP (ອາ​ເມ​ລິ​ກາ) ​ແລະ Reuters (ອັງກິດ).
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ​້ແຈ້ງວ່າ: ຍາ​​ມ​ໃດ ຫວຽດນາມ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ນຳ​ໃຊ້ມາດ​ຕະການ​ສັນຕິພາບ ​ແລະ ນຳ​ໃຊ້​ທຸກໆ​ກາລະ​ໂອກາດ, ທຸກ​ຊ່ອງ​ເຈລະຈາ​ເພື່ອ​ແກ້​ໄຂ​ສະພາບ​ການ​ໃນ​ປະຈຸ​ບັນ​ໂດຍ​ສັນຕິ. ຫວຽດນາມ ມີຄວາມ​ຈິງ​ໃຈ, ມີ​ເຈດ​ຕະນາ​ດີ ​ແລະ ລະງັບ​ໃຈ, ​ແຕ່​ຄຳ​ຕອບ​ໃນ​ປະຈຸ​ບັນ​ແມ່ນ: ຈີນ ນັບ​ມື້​ນັບ​ເພີ່ມ​ທະວີ​ກຳລັງ​ແຮງ, ບັນດາ​ການ​ກະທຳ​ນາບ​ຂູ່ ​ແລະ ລະ​ເມີດ, ຕູ່​ຫາ ​ແລະ ຖີ້ມ​ໂທດ​ໃຫ້ ຫວຽດນາມ ຢ່າງ​ຕໍ່​ເນື່ອງ. ບັນດາ​ການ​ກະທຳ​ຂອງ ຈີນ ​ໃນ​ເຂດ​ທະ​ເລ​ຂອງ ຫວຽດນາມ ​ໃນ​ຊຸມ​ວັນ​ຜ່າ​ນມາ​ແມ່ນ​ອັນຕະລາຍ​ທີ່​ສຸດ, ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ ​ແລະ ຄວາມ​ເສລີ​ການ​ເດີນ​ທະ​ເລ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ພາ​ກພື້ນ ​ແລະ ຢູ່່ໃນ​ໂລກ​ຢ່າງ​ແຮງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ເດັດດ່ຽວ​ປົກ​ປັກ​ຮັກສາອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​​ເພື່ອ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ອະທິປະ​ໄຕທະ​ເລ, ໝູ່​ເກາະ​ສັກກະ​ລະ​ບູຊາຂອງ​ຕົນ. ຫວຽດນາມ ພວມ​ຄິດ​ໄລ່​ຊັ່ງຊາ​ບັນດາ​ວິທີ​ເພື່ອ​ປົກ​ປັກ​ຮັກສາ​ຕົນ, ນັບ​ທັງວິທີ​ຕໍ່ສູ້​ທາງ​ນິຕິ​ກຳ, ຕາມ​ກົດໝາຍ​ສາກົນ.
​ໃນ​ສະພາບ​​ຄວາມເຄັ່ງ​ຕຶງປິນຂັ້ນ​ໄດ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ບໍ່​ເຂົ້າ​ຮ່ວມ​ພັນ​ທະ​ມິດ​ການ​ທະຫານ​ໃດໆ ​ເພື່ອ​ຕ້ານ​ປະ​ເທດ​ອື່ນ. ນີ້​​ແມ່ນ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ. ກ່ຽວ​ກັບ​ເລື່ອງ ຈີນ ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981, ລ່ວງ​ລ້ຳ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ ປະກາດ ​ແລະ ​ໃຫ້​ຂ່າວ​ຢ່າງ​ຊັດ​ເຈນເຖິງ​ບັນດາ​ອົງການ​ສາກົນ, ລັດຖະບາ​ນບັນດາ​ປະ​ເທດ, ວົງ​ການນັກ​ການ​​ເມືອງ ​ແລະ ນັກຮຽນ​ຮູ້, ສື່​ມວນ​ຊົນ​ສາກົນ. ປະຊາ​ຄົມ​ໂລກ​ສືບ​ຕໍ່​ມີ​ການ​ຕີ​ລາຄາ​ຢ່າງຖືກຕ້ອງ ​ແລະ ມີສຽງ​ເວົ້າ​​ເໝາະ​ສົມ​ເພື່ອ​ສະກັດ​ກັ້ນ​ໄພ​ນາບ​ຂູ່​ເຖິງສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຮ້າຍແຮງ. ຫວຽດນາມ ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ, ບັນດາ​ປະ​ເທດ, ບັນດາ​ສ່ວນ​ບຸກຄົນ ​ແລະ ອົງການ​ສາກົນ​ສືບ​ຕໍ່​ອອກສຽງ​ຄັດຄ້ານ​ການ​ກະທຳ​ລະ​ເມີດກົດໝາຍ​ຂອງ ຈີນ ຢ່າງ​ແຮງ.

      


ຂ່າວ/ບົດ​ອື່ນ