ຕົ້ນໂພຢູ່ ວັດເຈິ່ນກັວກ ແມ່ນສັນຍະລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ອິນເດຍ

(VOVWORLD) -ຕອນບ່າຍ ວັນທີ 22 ທັນວາ, ຢູ່ ວັດເຈິ່ນກັວກ, ທີນະຄອນຫຼວງ ຮ່າໂນ້ຍ, ສະມາຄົມພຸດທະສາສະໜາຫວຽດນາມ ສົມທົບກັບ ສະຖານທູດອິນເດຍ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 60ປີແຫ່ງວັນ ທ່ານ ປະທານາທິບໍດີ ອິນເດຍ Rajendra Prasad ມອບຕົ້ນໂພໃຫ້ ທ່ານ ປະທານ ໂຮ່ຈີ້ມິນ ເຊິ່ງໄດ້ປູກຢູ່ ວັດເຈິ່ນກັວກ (1959-2019)
ຕົ້ນໂພຢູ່ ວັດເຈິ່ນກັວກ ແມ່ນສັນຍະລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ອິນເດຍ - ảnh 1ຕົ້ນໂພຢູ່ ວັດເຈິ່ນກັວກ ແມ່ນສັນຍະລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ອິນເດຍ (ພາບ: dangcongsan.vn

ກ່ອນນິີ້ 60ປີ , ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ປະທານາທິບໍດີ ອິນເດຍ Rajendra Prasad ໄດ້ນຳຕົ້ນໂພທີ່ຖືກເພາະພັນຈາກຕົ້ນໂພສັກສິດບ່ອນພະພຸດທະເຈົ້າຕັດສະຮູ້ມາມອບໃຫ້ປະທານ ໂຮ່ຈີ້ມິນ ຕົ້ນໂພນີ້ໄດ້ປູກຢູ່ ວັດເຈິ່ນກັວກ.ປັດຈຸບັນນີ້, ທາງວັດໄດ້ເພາະເບ້ຍກວ່າ 300 ຕົ້ນຈາກຕົ້ນໂພນີ້ ແລະ ໄດ້ປູກຢູ່ບັນດານະຄອນ ແລະ ແຂວງ ໃນທົວປະເທດ, ພິເສດ ແມ່ນ ໝູ່ເກາະ ເຈື່ອງຊາ, ບັນດາເຂດສຸສານນັກຮົບເສຍສະລະຊີວິດລະດັບຊາດ, ບັນດາເຂດປູຊະນີຍະສະຖານປະຫວັດສາດ

ຕອບກັບ

ຂ່າວ/ບົດ​ອື່ນ