ຕີມໍຕາເວັນອອກປາດຖະໜາຢາກກາຍເປັນສະມາຊິກອາຊຽນໂດຍໄວ

ຕີມໍຕາເວັນອອກປາດຖະໜາຢາກກາຍເປັນສະມາຊິກອາຊຽນໂດຍໄວ - ảnh 1
ປະເທດຕີ​ມໍ​ຕາ​ເວັນ​ອອກ (ພາບ:ອິນເຕີແນັດ)

(vovworld) - ​ ​​ ວັນ​ທີ 27/8 ທ່ານ​ນາຍົກລັດຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ Rui Maria de Araujo ​ໄດ້​ຢ້ຽມຢາມ​ຄະນະ​ເລຂາ ອາ​ຊຽນ ​ແລະ​ ມີ​ການ​ພົບ​ປະ​ກັບ​ທ່ານ ​ ເລ​ເລືອ​ງມິ​ງ ​ເລຂາທິການ​ໃຫຍ່ ອາ​ຊຽນ. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ Rui Maria de Araujo ຢືນຢັນ​ວ່າ: ຕີ​ມໍ​ຕາ​ເວັນ​ອອກ ຖື​ ອາ​ຊຽນ ເປັນ​ສຳຄັນ​ທີ່​ສຸດ ​ແລະ ລັດຖະບານ​ປະ​ເທດ​ນີ້ ພວມ​ປະຕິບັດ​ບັນດາ​ບາດກ້າວ​ທີ່​ຈຳ​ເປັນ ​ເພື່ອ​ເຂົ້າ​ຮ່ວມ​ອົງການ​ຈັດ​ຕັ້ງ​ນີ້. ທ່ານ Rui Maria de Araujo ​ໃຫ້​ຮູ້​ວ່າ: ຕີ​ມໍ​ຕາ​ເວັນ​ອອກ ​ໄດ້​ມີ​ຄວາມເຊື່ອ​ໝັ້ນ​ຕົນ​ເອງ ​ແລະ ພ້ອມ​ແລ້ວ​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເພື່ອ​ເຂົ້າ​ຮ່ວມ ອາ​ຊຽນ. ​ໃນ​ເລື່ອງ​ກະກຽມ​ເພື່ອ​ກາຍ​ເປັນ​ສະມາຊິກ ອາ​ຊຽນ, ຕີ​ມໍ​ຕາ​ເວັນ​ອອກ ​ໄດ້​ສ້າງ​ຕັ້ງ​ອົງການ​ຕາງໜ້າ​ການ​ທູດ​ຢູ່​ນະຄອນ​ຫວງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ. ທ່ານ​ເລຂາທິການ​ໃຫຍ່ ​ ເລ​ເລືອ​ງມິ​ງ ​ ​ໃຫ້​ຮູ້​ວ່າ: ບັນດາ​ລະບຽບ​ການ ​ເພື່ອ​ໃຫ້ ຕີ​ມໍ​ຕາ​ເວັນ​ອອກ ​ເຂົ້າ​ຮ່ວມ ອາ​ຊຽນ ພວມຜ່ານ​ຜ່າ​ຂັ້ນ​ຕອນ​ພາຍ​ໃນ ​ແລະ ພິຈາລະນາ​ຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ອາ​ຊຽນ ຈະ​ສ້າງ​ກາລະ​ໂອກາດ​ເພື່ອ​ໃຫ້ ຕີ​ມໍ​ຕາ​ເວັນ​ອອກ ​ເຂົ້າ​ຮ່ວມ​ບາງ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ ກໍ​ຄື​ສ້າງສາ​ຄວາມ​ສາມາດ ​ແລະ ຂັ້ນ​ຕອນ​ສົມທົບ​ກັນ​ໃນ​ອາ​ຊຽນຂອງ ຕີ​ມໍ​ຕາ​ເວັນ​ອອກ

ຂ່າວ/ບົດ​ອື່ນ