ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ຂອງ ວັກ​ຊີນ ລັດ​ເຊຍໃນ​ການ ຕ້ານເຊື້ອໄວ​ຣັດ SARS - CoV - 2​ ສາຍ​ພັນ​ໃໝ່​

(VOVWORLD) -ຕາມຄຳສັ່ງຂອງທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ລັດຖະບານຕ້ອງຮັບປະກັນການໄຈ້ແຍກ ແລະ ຕີລາຄາປະສິດທິຜົນຂອງວັກຊິນພາຍໃນປະເທດເພື່ອສະກັດກັ້ນການຕິດເຊື້ອພະຍາດໂຄວິດ - 19 ທີ່ກ່ຽວຂ້ອງເຖິງເຊື້ອໄວຣັດ SARS - CoV - 2 ສາຍພັນຕ່າງໆ.
ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ຂອງ ວັກ​ຊີນ ລັດ​ເຊຍໃນ​ການ ຕ້ານເຊື້ອໄວ​ຣັດ SARS - CoV - 2​ ສາຍ​ພັນ​ໃໝ່​ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Tass)

ຕາມການປະກາດຂອງ ວັງ Kremlinແລ້ວ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ລັດຖະບານ ຕີລາຄາປະສິທິຜົນຂອງ ວັດຊິນກັນໂຄວິດ - 19 ຊະນິດຕ່າງໆພາຍໃນປະເທດ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19, ພິເສດແມ່ນສຳລັບເຊື້ອໄວຣັດ SARS - CoV - 2 ສາຍພັນໃໝ່.

        ຕາມຄຳສັ່ງຂອງທ່ານ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ລັດຖະບານຕ້ອງຮັບປະກັນການໄຈ້ແຍກ ແລະ ຕີລາຄາປະສິດທິຜົນຂອງວັກຊິນພາຍໃນປະເທດເພື່ອສະກັດກັ້ນການຕິດເຊື້ອພະຍາດໂຄວິດ - 19 ທີ່ກ່ຽວຂ້ອງເຖິງເຊື້ອໄວຣັດ SARS - CoV - 2 ສາຍພັນຕ່າງໆ. ທ່ານ Vladimir Putin ໄດ້ມອບໜ້າທີ່ໃຫ້ແກ່ລັດຖະບານ ພ້ອມກັບຜູ້ນຳໜ້າບັນດາຂົງເຂດ ຈັດຕັ້ງການສັກວັກຊິນຕ້ານໂຄວິດ - 19 ໃນວົງກ້ວາງໃຫ້ແກ່ປະຊາຊົນໃນທົ່ວປະເທດ, ເຊິ່ງຄິດໄລ່ເຖິງບັນດາຄຳສັ່ງທີ່ໄດ້ອອກກ່ອນໜ້ານັ້ນ, ກໍ່ຄືຮັບປະກັນແຜນການສັກວັກຊິນທີ່ໄດ້ຮັບການອະນຸຍາດ, ດັ່ງນັ້ນ ບັນດາອົງການບໍລິການລະຫວ່າງລັດ ເອົາໃຈໃສ່ເຖິງການໜູນຊ່ວຍກ່ຽວກັບການຈັດຕັ້ງ ແລະ ວິທີການ, ຖ້າຫາກຈຳເປັນຈະສະໜອງ ງົບປະມານຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ