ຕີລາຄາເລື່ອງປະຕິບັດໂຄງການຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມ

ຕີລາຄາເລື່ອງປະຕິບັດໂຄງການຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມ - ảnh 1
ກອງ​ປະ​ຊຸມ​ຕີ​ລາ​ຄາ​ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ສົມ​ທົບ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ
(ພາບ: Lại Hoa VOV)

(vovworld) - ​​​​​​ຕອນ​ເຊົ້າ​ວັນ​ທີ 22/12, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ເລື່ອງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ສົມ​ທົບ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ບັນ​ດາ​ອົງ​ການ​ສະ​ມາ​ຊິກ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ກ່ຽວ​ຂ້ອງ. ປະ​ຕິ​ບັດ​ “ກົດ​ລະ​ບຽບ​ການ​ຕິດ​ຕາມກວດ​ກາ ແລະ ໄຈ້​ແຍກ​ຕີ​ລາ​ຄາ​ສັງ​ຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​​ອົງ​ກາ​ນ​ການ​ເມືອງ - ສັງ​ຄົມ”, ມາ​ຮອດ​ປະ​ຈຸ​ບັນ, 32 ແຂວງ, ນະ​ຄອນ​ດຳ​ເນີນ​ເລື່ອງ​ຕິດ​ຕາມກວດ​ກາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ. ປີ 2015, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ອົງ​ການ​ສ​ຳ​ນັກ​ງານສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຕິດ​ຕາມກວດ​ກາ​​ທີ່ໄດ້​ລົງ​ນາມ, ໃນ​ນັ້ນ​ສຸມ​ໃສ່​ສ້າງ​ຕັ້ງ​ການກວດ​ກາ​ບຸ​ລິ​ມະ​ສິດ​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.

 



ຂ່າວ/ບົດ​ອື່ນ