ຕວກກີ ກຽມພ້ອມເປັນຄົນກາງໄກ່ເກ່ຍແກ້ໄຂຄວາມເຄັ່ງຕຶງລັດເຊຍ - ຢູແກຼນ ກ່ຽວຂ້ອງເຖິງໂຮງງານໄຟຟ້າ Zaporizhzhia

(VOVWORLD) - ໃນການໂອ້ລົມທາງໂທລະສັບຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ສະເໜີກັບທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບເລື່ອງ Ankara
ຕວກກີ ກຽມພ້ອມເປັນຄົນກາງໄກ່ເກ່ຍແກ້ໄຂຄວາມເຄັ່ງຕຶງລັດເຊຍ - ຢູແກຼນ ກ່ຽວຂ້ອງເຖິງໂຮງງານໄຟຟ້າ Zaporizhzhia - ảnh 1ໂຮງງານ ໄຟຟ້ານິວເຄຼຍ Zaporizhzhia ຢູ່ຢູແກຼນ (ພາບ:AFP/TTXVN)

ວັນທີ 3 ກັນຍາ, ຫ້ອງວ່າການຂອງທ່ານປະທານາທິບໍດີ ຕວກກີ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບຫວ່າງມໍ່ໆມານີ້, ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ສະເໜີກັບທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບເລື່ອງ Ankara ອາດຈະສວມບົດບາດເປັນຄົນກາງແກ້ໄຂຄວາມເຄັ່ງຕຶງໃນປະຈຸບັນທີ່ກ່ຽວຂ້ອງເຖິງໂຮງງານ ໄຟຟ້ານິວເຄຼຍ Zaporizhzhia ຢູ່ຢູແກຼນ; ພ້ອມທັງສະແດງຄວາມຕັດສິນໃຈສືບຕໍ່ກໍ່ສ້າງໂຮງງານນິວເຄຼຍ Akkuyu ຢູ່ຕວກກີ ຕາມແຜນການ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະປຶກສາຫາລືລາຍລະອຽດກ່ຽວກັບບັນຫາບັນຫານີ້ ເມື່ອພົບປະກັນຢູ່ Samarkand (Uzbekistan) ຢູ່ນອກກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ່ (SCO)ຊຶ່ງຈະຈັດຂຶ້ນໃນສອງວັນ 15 – 16 ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ