ຕວກກີ ຈະນໍາເອົາບັນຫາພູພຽງ Golan ສະເໜີຕໍ່ ສະຫະປະຊາຊາດ

(VOVWORLD) -ວັນທີ 24 ມີນາ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃຫ້ຮູ້ວ່າ: ປະເທດນີ້ ຈະນໍາເອົາບັນຫາ ພູພຽງ Golan ອອກສະເໜີຕໍ່ ສປຊ.

ວັນທີ 24 ມີນາ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໃຫ້ຮູ້ວ່າ: ປະເທດນີ້ ຈະນໍາເອົາບັນຫາ ພູພຽງ Golan ອອກສະເໜີຕໍ່ ສປຊ. ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ອອກຖະແຫຼງການນີ້ ພາຍຫຼັງທີ່ປະທານາທິບໍດີ ອາເມລິກາ Donald Trump ເວົ້າວ່າ ພູພຽງ Golan ແມ່ນ ຂອງຂວັນ ສິ່ງໜຶ່ງ ສໍາລັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ກ່ອນ ທີ່ດໍາເນີນການເລືອກຕັ້ງ ເຊິ່ງຄາດວ່າຈະຈັດຢູ່ ອິດສະຣາແອນໃນເດືອນເມສານີ້.

        ກ່ອນໜ້ານັ້ນ,  ຢູ່ໃນສື່ສັງຄົມ Twitter  ໃນວັນທີ 21 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຂໍ້ສັງເກດວ່າ ພາຍຫຼັງ 52 ປີ, ກໍ່ໄດ້ເຖິງເວລາທີ່ ອາເມລິກາ ຍອມຮັບ ອະທິປະໄຕອັນຄົບຖ້ວນຂອງ ອິດສະຣາແອນ ສໍາລັບ ພູພຽງ Golan, ເຊິ່ງມີບົດບາດສໍາຄັນ ທາງດ້ານຄວາມໝັ້ນຄົງ ແລະ ຍຸດທະສາດສໍາຄັນສໍາລັບລັດ ອິດສະຣາແອນ ແລະ ສະຖຽນລະພາບຂອງພາກພື້ນ. ການກະທໍາດັ່ງກ່າວຂອງທ່ານປະທານາທິບໍດີ ອາເມລິກາ ຍັງຄົງປະເຊີນໜ້າກັບປະຕິກິລິຍາຫຼາຍຢ່າງ ຈາກປະຊາຄົມສາກົນ, ຄ້າຍຄືກັບການຕັດສິນໃຈກ່ອນໜ້ານີ້ຂອງທ່ານ Donald Trump ກ່ຽວກັບການຍ້າຍສະຖານທູດ ອາເມລິກາ ຈາກ Tel Aviv ມາຕັ້ງຢູ່ Jerusalem.

ຕອບກັບ

ຂ່າວ/ບົດ​ອື່ນ