ຕວັກກີ ຊອກຫາແຫຼ່ງສະໜອງຜະລິດຕະພັນ, ເຄື່ອງອາໄຫຼ່ເອເລັກໂຕນິກຈາກ ຫວຽດນາມ

(VOVWORLD) - ວິສາຫະກິດ ຫວຽດນາມ ມີກຳລັງຄວາມສາມາດໃນການຜະລິດຜະລິດຕະພັນເຕັກໂນໂລຊີສູງ ເພື່ອສົ່ງອອກ.
ຕວັກກີ ຊອກຫາແຫຼ່ງສະໜອງຜະລິດຕະພັນ, ເຄື່ອງອາໄຫຼ່ເອເລັກໂຕນິກຈາກ ຫວຽດນາມ - ảnh 1
ກອງປະຊຸມແລກປ່ຽນການຄ້າທາງອອນລາຍ. ພາບ: BNEWS/TTXVN

  ວັນທີ 09 ເມສາ, ກົມສົ່ງເສີມການຄ້າ, ຂຶ້ນກັບກົມຕະຫລາດ ອາຊີ - ອາຟຣີກາ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ແລະ ຫ້ອງການການຄ້າ ຫວຽດນາມ ປະຈຳ ຕວັກກີ ສົມທົບກັນຈັດກອງປະຊຸມແລກປ່ຽນການຄ້າທາງອອນລາຍກ່ຽວກັບຜະລິດຕະພັນອຸດສາຫະກຳໜູນຊ່ວຍ ຫວຽດນາມ - ຕວັກກີ 2021. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຫງວຽນທິທູຖຸຍ, ຮອງຫົວໜ້າສູນໜູນຊ່ວຍການສົ່ງອອກ (ກົມສົ່ງເສີມການຄ້າ) ໃຫ້ຮູ້ວ່າ: ດ້ວຍບົດຮຽນເຮັດວຽກ ແລະ ຮ່ວມມືກັບບັນດາບໍລິສັດ, ກຸ່ມບໍລິສັດໃຫຍ່ແຖວໜ້າໂລກ, ບັນດາວິສາຫະກິດ ຫວຽດນາມ ມີຄວາມສາມາດ ແລະ ຄວາມສາມາດບົ່ມຊ້ອນຢ່າງຄົບຖ້ວນ ເພື່ອເຂົ້າຮ່ວມລະບົບສະໜອງຂອງບັນດາບໍລິສັດ, ກຸ່ມບໍລິສັດໃຫຍ່ຂອງ ຕວັກກີ.

        ສ່ວນທ່ານ Hakan Kozan, ຜູ້ອຳນວຍການດ້ານຮັບຊື້ຂອງບໍລິສັດໃຫຍ່ Arcelik ຖືວ່າ: ວິສາຫະກິດ ຫວຽດນາມ ມີກຳລັງຄວາມສາມາດໃນການຜະລິດຜະລິດຕະພັນເຕັກໂນໂລຊີສູງ ເພື່ອສົ່ງອອກ; ທ່ານຫວັງວ່າ ວິສາຫະກິດ ຫວຽດນາມ ຍາດແຍ່ງໄດ້ກາລະໂອກາດນີ້ ເພື່ອກາຍເປັນຄູ່ຮ່ວມມືດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ