ຕວັກ​ກີ ຍົກ​ອອກ​ເງື່ອນ​ໄຂ​ໃຫ້​ສັດ​ຕະ​ຍາ​ບັນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​​ເປັນ​ສະ​ມາ​ຊິກ NATO ຂອງ ຊູ​ແອັດ

(VOVWORLD) - ສະພາແຫ່ງຊາດປະເທດນີ້ ຈະຮັກສາຄຳໝັ້ນໝາຍໃຫ້ສັດຕະຍາບັນໃບຄຳຮ້ອງຂໍເຂົ້າເປັນສະມາຊິກອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຂອງ ຊູແອັດ ຖ້າຫາກວ່າ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Joe Biden ເປີດຊ່ອງທາງໃຫ້ການຄ້າຂາຍເຮືອບິນສູ້ຮົບ F- 16 ໃຫ້ແກ່ Ankara.

ເມື່ອກ່າວຄຳເຫັນກັບວົງການນັກຂ່າວໃນຖ້ຽວບິນຈາກ ອາເຊັກໄບຢານ ກັບເມືອປະເທດໃນວັນທີ 26 ກັນຍາ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ ສະພາແຫ່ງຊາດປະເທດນີ້ ຈະຮັກສາຄຳໝັ້ນໝາຍໃຫ້ສັດຕະຍາບັນໃບຄຳຮ້ອງຂໍເຂົ້າເປັນສະມາຊິກອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຂອງ ຊູແອັດ ຖ້າຫາກວ່າ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Joe Biden ເປີດຊ່ອງທາງໃຫ້ການຄ້າຂາຍເຮືອບິນສູ້ຮົບ F- 16 ໃຫ້ແກ່ Ankara.

        ກ່ອນໜ້ານັ້ນ, ວັນທີ 12 ກໍລະກົດ, ທ່ານປະທານາທິບໍດີ Erdogan  ແຈ້ງໃຫ້ຊາບວ່າ ທ່ານຈະຍື່ນໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO ຂອງ ຊູແອັດ ເຖິງສະພາແຫ່ງຊາດປະເທດນີ້ ເພື່ອລົງຄະແນນສຽງຮັບຮອງເອົາ ພາຍຫຼັງບັນດາຜູ້ສ້າງກົດໝາຍໂຮມປະຊຸມຄືນໃໝ່ ໃນວັນທີ 01 ຕຸລາ ຈະມາເຖິງ. ທ່ານປະທານາທິບໍດີ Erdogan ເນັ້ນໜັກວ່າ Stockholm ຈະສະໜອງ ໃຫ້ແກ່ Ankara ຂັ້ນຕອນຕ່າງໆ ເຊິ່ງບັນດາປະເທດນີ້ຈະປະຕິບັດ ເພື່ອຮັບມືກັບການກໍ່ການຮ້າຍ ຕາມຂໍ້ຕົກລົງສະບັບຫຼ້າສຸດລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ