ຕວກກີ ຕັດສິນໃຈ ບັນລຸການຍົກເວັ້ນ ວິຊາ ໂດຍໄວ

(VOVWORLD) -ຕວກກີ ຈະພະຍາຍາມຕອບສະໜອງທຸກເງື່ອນໄຂ ເພື່ອໃຫ້ ສະຫະພາບ ເອີຣົບ (ອີຢູ) ຮັບຮອງເອົາຂໍ້ຕົກລົງຍົກເວັ້ນ ວິຊາ ໃຫ້ແກ່ພົນລະເມືອງຂອງປະເທດນີ້ ໂດຍໄວ. ນີ້ແມ່ນຄໍາຖະແຫຼງ ໂດຍທ່ານປະທານາທິບໍດີ ຕວກກີ Tayyip Erdogan ຍົກອອກມາທີ່ການປະຊຸມຂ່່າວຮ່ວມກັບ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  ໃນວັນທີີ 28 ກັນຍາ, ທີ່ນະຄອນຫຼວງ Berlin. 
ຕວກກີ ຕັດສິນໃຈ ບັນລຸການຍົກເວັ້ນ ວິຊາ ໂດຍໄວ - ảnh 1 ທ່ານປະທານາທິບໍດີ ຕວກກີ Tayyip Erdogan ຍົກອອກມາທີ່ການປະຊຸມຂ່່າວຮ່ວມກັບ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  ໃນວັນທີີ 28 ກັນຍາ, ທີ່ນະຄອນຫຼວງ Berlin. (ພາບ:TTXVN)

ກ່າວຄໍາເຫັນທີ່ການປະຊຸມຂ່າວ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ຢັ້ງຢືນວ່າ ລັດຖະບານຕວກກີ ຈະມານະພະຍາຍາມ ເພື່ອຕອບສະໜອງບັນດາມາດຖານຂອງອີຢູ ຢ່າງຄົບຖ້ວນ ເພື່ອແນໃສ່ບັນລຸການຍົກເວັ້ນ ວິຊາ. ທ່ານ Tayyip Erdogan ໃຫ້ຮູ້ວ່າ, ນະຄອນຫຼວງ Ankara ພວມຂຶ້ນແຜນປະຕິບັດ 6 ມາດຖານທີ່ຍັງເຫຼືອ ເພື່ອກ້າວໄປເຖິງຍົກເວັ້ນ ວິຊາ ຍິ່ງໄວກໍຍິ່ງດີ. ທ່ານກ່າວວ່າ ຍາມໃດທ່ານກໍຖືເປັນສໍາຄັນ ແລະ ຫວັງວ່າ Berlin ຈະໜູນຊ່ວຍ Ankara ໃນບັນດາວິວັດທະນາການ ດ່ັງກ່າວ. ທ່ານ ກໍເນັ້ນໜັກວ່າ, ຕວກກີ “ພ້ອມແລ້ວ ແລະ ມີຄວາມສາມາດ” ເພື່ອລົບລ້າງທຸກໄພນາບຂູ່, ລວມທັງບັນດາໄພນາບຄູ່ດ້ານເສດຖະກິດ.


ຕອບກັບ

ຂ່າວ/ບົດ​ອື່ນ