ຕວກກີ ຕຳໜິຕິຕຽນທັດສະນະຂອງທ່ານນາຍົກລັດຖະມົນຕີ ອິດສະລາແອັນ ສຳລັບເຂດຕັ້ງຖິ່ນຖານຂອງຊາວຢິວ

(VOVWORLD) - ຝັ່ງຕາເວັນຕົກແມ່ນຜືນແຜ່ນດິນຂອງ ປາແລັດສະຕິນ ຊຶ່ງ ອິດສະລາແອັນ ຢືດຄອງຢ່າງຜິດກົດໝາຍ, ລະເມີດກົດໝາຍສາກົນ. 

ວັນທີ 07 ເມສາ, ຕວກກີ ໄດ້ຕຳໜິຕິຕຽນບັນດາທັດສະນະຂອງທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ແມ່ນ “ໄຮ້ຄວາມຮັບຜິດຊອບ” ພາຍຫລັງຖະແຫຼງວ່າ ຈະໂຮມບັນດາເຂດຕັ້ງຖິ່ນຖານຂອງຊາວຢິວຢູ່ຝັ່ງຕາເວັນຕົກເຂົ້າກັນ ຖ້າຫາກໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຄືນໃໝ່.

ຕວກກີ ຕຳໜິຕິຕຽນທັດສະນະຂອງທ່ານນາຍົກລັດຖະມົນຕີ ອິດສະລາແອັນ ສຳລັບເຂດຕັ້ງຖິ່ນຖານຂອງຊາວຢິວ - ảnh 1ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu (ພາບ: AFP/TTXVN) 

        ທ່ານ Mevlut Cavusoglu ລັດຖະມົນຕີການຕ່າງປະເທດ ຕວກກີ ຢືນຢັນວ່າ: ຝັ່ງຕາເວັນຕົກແມ່ນຜືນແຜ່ນດິນຂອງ ປາແລັດສະຕິນ ຊຶ່ງ ອິດສະລາແອັນ ຢືດຄອງຢ່າງຜິດກົດໝາຍ, ລະເມີດກົດໝາຍສາກົນ. ທ່ານ Mevlut Cavusoglu ຊີ້ແຈ້ງວ່າ ບັນດາຄຳຖະແຫຼງຂອງທ່ານນາຍົກລັດຖະມົນຕີ Netanyahu ທີ່ແນໃສ່ດຶງດູດບັດສະໜັບສະໜູນກ່ອນການດຳເນີນການເລືອກຕັ້ງທົ່ວປະເທດຂອງ ອິດສະລາແອັນ ຈະບໍ່ອາດປ່ຽນແປງຄວາມຈິງນີ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ