ຕວັກ​ກີ ບ​ຸກ​ໂຈມ​ຕີ ຊາວ Kurd ຢູ່ ຊີ​ຣີ: ຝ​ລັ່ງ​ເລ່ງ​​ລັດ ວາງ​ອອກ​ຕໍ່ ​ກຳນົດເວ​ລາຢຸດ​ຍິງ

(VOVWORLD) -ວັນທີ 21 ຕຸລາ, ວັງ Elysee ໄດ້ປະກາດວ່າ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ມີການເຈລະຈາທາງໂທລະສັບ ກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin. 
ຕວັກ​ກີ ບ​ຸກ​ໂຈມ​ຕີ ຊາວ Kurd ຢູ່ ຊີ​ຣີ: ຝ​ລັ່ງ​ເລ່ງ​​ລັດ ວາງ​ອອກ​ຕໍ່ ​ກຳນົດເວ​ລາຢຸດ​ຍິງ - ảnh 1ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ (ພາບ: AP) 

ໃນການເຈລະຈາທາງໂທລະສັບ, ການນຳຝລັ່ງສະແດງຄວາມປາດຖະໜາຢາກຕໍ່ ກຳນົດເວລາ ຄຳສັ່ງຢຸດຍິງລະຫວ່າງ ຕວັກກີ ແລະ ກຳລັງຊາວ Kurd ຢູ່ ທາງທິດຕາເວັນອອກສ່ຽງເໜືອ ຊີຣີ. ທ່ານປະທານາທິບໍດີຝລັ່ງ ເນັ້ນໜັ້ກເຖິງຄວາມສຳຄັນຂອງເລື່ອງແກ່ຍາວຄຳສັ່ງຢຸດຍິງໃນປັດຈຸບັນ ແລະ ເລື່ອງຢຸດຕິວິກິດການນີ້ໂດຍວິທີທາງການທູດ. ການນຳສອງທ່ານກໍ່ເຫັນດີເປັນເອກະພາບວ່າ ຕ້ອງເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ.

        ແລະກໍ່ໃນວັນດຽວກັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດວ່າປະເທດນີ້ຍັງຄົງສືບຕໍ່ຕັ້ງກຳລັງທະຫານຈຳນວນໜ້ອຍຢູ່ ຊີຣີ ເຖິງວ່າ ທ່ານບ່ໍຢາກມີ ບໍ່ວ່າກຳລັງປະກອບອາວຸດ ອາເມລິກາໃດ ຢູ່ປະເທດຕາເວັນອອກກາງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ