ຕວກກີ ບຸກໂຈມຕີ ຊາວ Kurd ຢູ່ ຊີຣີ: ເດີນຂະບວນປະທ້ວງຄັດຄ້ານຖືກດໍາເນີນໃນທົ່ວທະວີບເອີຣົບ

(VOVWORLD) -ວັນທີ 12 ຕຸລາ, ກະຊວງປ້ອງກັນຄວາມສະຫງົບຂອງ ຝລັ່ງ ໃຫ້ຮູ້ວ່າ ໄດ້ຢຸດຕິບັນດາການຂາຍອາວຸດທັງໝົດໃຫ້ແກ່ຕວກກີ ແລ້ວ, ພ້ອມທັງ ກ່າວເຕືອນ Ankara ວ່າ ບັ້ນການທະຫານ ເຊິ່ງປະເທດນີ້ພວມຜັນຂະຫຍາຍຢູ່ ພາກເໜືອ ຊີຣີ ນັ້ນ ໄດ້ນາບຂູ່ເຖິງຄວາມໝັ້ນຄົງຂອງເອີຣົບ.
ຕວກກີ ບຸກໂຈມຕີ ຊາວ Kurd ຢູ່ ຊີຣີ: ເດີນຂະບວນປະທ້ວງຄັດຄ້ານຖືກດໍາເນີນໃນທົ່ວທະວີບເອີຣົບ - ảnh 1ການເດີນຂະບວນປະທ້ວງຄັດຄ້ານຖືກດໍາເນີນໃນທົ່ວທະວີບເອີຣົບ 

ວັນທີ 12 ຕຸລາ, ສາມັນຊົນນັບພັນຄົນ ໄດ້ເຂົ້າຮ່ວມບັນດາການເດີນຂະບວນປະທ້ວງຢູ່ຫຼາຍປະເທດເອີຣົບ ເພື່ອຄັດຄ້ານບັ້ນການທະຫານຂອງ ຕວກກີ ທີ່ແນໃສ່ຊາວ Kurd ຢູ່ຊີຣີ. ຢູ່ນະຄອນຫຼວງ ປາຣີ, ປະເທດຝລັ່ງ, ບັນດາອົງການຈັດຕັ້ງ ໃຫ້ຮູ້ວ່າມີສາມັນຊົນກວ່າ 20.000 ຄົນ ໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງ ພາຍຫຼັງ ຕວກກີຍູ້ແຮງບັ້ນການທະຫານທີ່ແນໃສ່່ບັນດາເທດສະບານຢູ່ພາກຕາເວັນອອກສ່ຽງເໜືອ ຊີຣີ ເຊິ່ງປັດຈຸບັນ ໂດຍກໍາລັງຊາວ Kurd ຄວບຄຸມ. ບັນດາການເດີນຂະບວນປະທ້ວງຄ້າຍຄືກັນກໍຖືກຈັດຂຶ້ນຢູ່ຫຼາຍນະຄອນໃຫຍ່ຂອງຝລັ່ງ.

        ບັນດາການເດີນຂະບວນປະທ້ວງຄັດຄ້ານການເຄື່ອນໄຫວຂອງກອງທັບຕວກກີ ຢູ່ ຊີຣີ ກໍຖືກດໍາເນີນຢູ່ ວຽນ ປະເທດ ອີຕາລີ, Athens (ອີຢິບ), Budapest (ຮຸງກາຣີ), Zurich (ສະວິດ), ນະຄອນຫຼວງ Berlin (ເຢຍລະມັນ)... ແລະຢູ່ຫຼາຍນະຄອນໃຫຍ່ຂອງບັນດາປະເທດ ໂຮນລັງ, ໂປໂລຍ, ແບນຊິກ... ວັນທີ 12 ຕຸລາ, ລັດຖະບານ ບາງປະເທດອື່ນ ຄື ເຢຍລະມັນ ແລະ ຝລັ່ງ ໄດ້ມີການກະທໍາຄັດຄ້ານການກະທໍາຂອງຕວກກີ. ວັນທີ 12 ຕຸລາ, ກະຊວງປ້ອງກັນຄວາມສະຫງົບຂອງ ຝລັ່ງ ໃຫ້ຮູ້ວ່າ ໄດ້ຢຸດຕິບັນດາການຂາຍອາວຸດທັງໝົດໃຫ້ແກ່ຕວກກີ ແລ້ວ, ພ້ອມທັງ ກ່າວເຕືອນ Ankara ວ່າ ບັ້ນການທະຫານ ເຊິ່ງປະເທດນີ້ພວມຜັນຂະຫຍາຍຢູ່ ພາກເໜືອ ຊີຣີ ນັ້ນ ໄດ້ນາບຂູ່ເຖິງຄວາມໝັ້ນຄົງຂອງເອີຣົບ.


ຕອບກັບ

ຂ່າວ/ບົດ​ອື່ນ