ຕວກກີ ບຸກໂຈມຕີທາງອາກາດເຂດຊາຍແດນ ຊີຣີ ເຮັດໃຫ້ 15 ຄົນເສຍຊີວິດ

(VOVWORLD) - ເຫດບຸກໂຈມຕີຖືກດຳເນີນໄປໃນສະພາບການປະທະກັນໃຊ້ຄວາມຮຸນແຮງເກີດຂຶ້ນແຕ່ຄ່ຳຄືນວັນທີ 15 ກໍລະກົດ, ລະຫວ່າງກຳລັງຕວກກີ ແລະ ບັນດາທະຫານຊາວ Kurd, ຢູ່ເຂດຊາຍແດນພາກເໜືອ ຊີຣີ
ຕວກກີ ບຸກໂຈມຕີທາງອາກາດເຂດຊາຍແດນ ຊີຣີ ເຮັດໃຫ້ 15 ຄົນເສຍຊີວິດ - ảnh 1(ພາບປະກອບຈາກ RT)

ວັນທີ 16 ສິງຫາ, ອົງການຕິດຕາມສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ເຫດບຸກໂຈມຕີທາງອາກາດຂອງຊາວ ຕວກກີ ເຂົ້າສະຖານທີ່ແຫ່ງໜຶ່ງຢູ່ເຂດຊາຍແດນໂດຍກອງທັບລັດຖະບານ ຊີຣີ ຄວບຄຸມໄດ້ເຮັດໃຫ້ 15 ຄົນເສຍຊີວິດ. ແຈ້ງການຂອງ SOHR ບໍ່ ແຈ້ງລະອຽດບັນດາຜູ້ເສຍຊີວິດແມ່ນກຳລັງສະໜັບສະໜູນລັດຖະບານ ຊີຣີ ຫຼື ກຳລັງຊາວ Kurd.

        ເຫດບຸກໂຈມຕີຖືກດຳເນີນໄປໃນສະພາບການປະທະກັນໃຊ້ຄວາມຮຸນແຮງເກີດຂຶ້ນແຕ່ຄ່ຳຄືນວັນທີ 15 ກໍລະກົດ, ລະຫວ່າງກຳລັງຕວກກີ ແລະ ບັນດາທະຫານຊາວ Kurd, ຢູ່ເຂດຊາຍແດນພາກເໜືອ ຊີຣີ. ກອງທັບ ຕວກກີ ໄດ້ເພີ່ມທະວີການຍິງປືນໃຫຍ່ເຂົ້າບັນດາ ທີ່ຕັ້ງຂອງກຳລັງຊາວ Kurd ພາຍຫຼັງຖືກບຸກໂຈມຕີ ເຮັດໃຫ້ທະຫານ ຕວກກີ ໜຶ່ງຄົນເສຍຊີວິດ ແລະ ອີກ 4 ຄົນຖືກຮັບບາດເຈັບ. ກອງທັບ ຕວກກີ ໄດ້ຍິງປືນໃຫຍ່ ແລະ ບຸກໂຈມຕີດ້ວຍເຮືອບິນສູ້ຮົບ. ຄວາມເຄັ່ງຕຶງນີ້ອາດຈະເຮັດໃຫ້ເກີດການປະທະກັນດ້ວຍຂອບຂະໜາດໃຫຍ່ ລະຫວ່າງ ຕວກກີ ແລະ ຊີຣີ, ພ້ອມທັງມ້າງທຳລາຍຂໍ້ຕົກລົງຢຸດຍິງລະຫວ່າງບັນດາຝ່າຍທີ່ແກ່ຍາວເປັນເວລາເກືອບ 1 ປີມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ