ຕວັກ​ກີ ບໍ່​ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​​ອ​ະ​ນຸ​ສັນ​ຍາ​ຂໍ​ເປັນ​ສະ​ມາ​ຊິກ NATO ຂອງ ແຟງ​ລັງ, ຊູ​ແອັດ

(VOVWORLD) -ສະພາແຫ່ງຊາດປະເທດນີ້ ຈະບໍ່ໃຫ້ສັດຕະຍາບັນຕໍ່ອະນຸສັນຍາວ່າດ້ວຍການອະນຸຍາດໃຫ້ ຊູແອັດ ແລະ ແຟງລັງ ເຂົ້າເປັນສະມາຊິກຂອງ NATO ໃນເງື່ອນໄຂປັດຈຸບັນ.
ຕວັກ​ກີ ບໍ່​ໃຫ້​ສັດ​ຕະ​ຍາ​ບັນ​ຕໍ່​​ອ​ະ​ນຸ​ສັນ​ຍາ​ຂໍ​ເປັນ​ສະ​ມາ​ຊິກ NATO ຂອງ ແຟງ​ລັງ, ຊູ​ແອັດ - ảnh 1ການແຫ່ຂະບວນປະທ້ວງເກີດຂຶ້ນຢູ່ນອກສະຖານທູດ ຊູແອັດ ປະຈຳ  Ankara, ຕວັກກີ  (ພາບ: AFP/TTXVN)

ວັນທີ 31 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Mevlut Cavusoglu  ຖະແຫຼງວ່າ ສະພາແຫ່ງຊາດປະເທດນີ້ ຈະບໍ່ໃຫ້ສັດຕະຍາບັນຕໍ່ອະນຸສັນຍາວ່າດ້ວຍການອະນຸຍາດໃຫ້ ຊູແອັດ ແລະ ແຟງລັງ ເຂົ້າເປັນສະມາຊິກຂອງ NATO ໃນເງື່ອນໄຂປັດຈຸບັນ.

        ຕວັກກີ ກ່າວຫາ ແຟງລັງ ແລະ ຊູແອັດ ວ່າ ໄດ້ປິດບັງບັນດາມືປືນທີ່ປະເທດນີ້ພວມຊອກຈັບ, ເພາະສະນັ້ນ ຈຶ່ງຖືວ່າ Helsinki ແລະ Stockholm ຕ້ອງປະຕິບັດຫຼາຍກວ່າອີກ ກ່ອນຈະຍື່ນໃບຄຳຮ້ອງຂໍເປັນສະມາຊິກ NATO ແລະ ໄດ້ ຮັບການຍອມຮັບຈາກ ຕວັກກີ.

        ປັດຈຸບັນ ມີ 28 ປະເທດ ສະມາຊິກ ໄດ້ຕົກລົງຮັບຮອງເອົາແລ້ວ. ຄາດວ່າ ຮຸງກາຣີ ກໍຈະຕົກລົງຮັບຮອງເອົາໃບຄຳຮ້ອງຂໍເປັນສະມາຊິກ NATO ຂອງ ແຟງລັງ ໃນເດືອນ ກຸມພາ ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ