ຕວກກີ ມານະພະຍາຍາມໃນວຽກງານ ເປັນຄົນກາງໄກ່ເກ່ຍລະຫວ່າງ ລັດເຊຍ - ຢູແກຣນ

(VOVWORLD) -ໃນການໂອ້ລົມທາງໂທລະສັບ ກັບປະທານາທິບໍດີ ປູຕິນ ເມື່ອມໍ່ໆມານີ້, ປະທານາທິບໍດີ ຕວກກີ Recep Tayyip Erdogan  ໄດ້ຊີ້ແຈ້ງວ່າ ຕວກກີ ຢາກສ້າງພື້ນຖານສັນຕິພາບຍາວນານ ໃນພາກພື້ນຍິ່ງໄວກໍ່ຍິ່ງດີ ດ້ວຍວິທີເພີ່ມທະວີກຳລັງໜູນ ທີ່ບັນລຸໄດ້ ໃນບັນດາການເຈລະຈາຢູ່ ອິດສະຕຳບູນ. 
ຕວກກີ ມານະພະຍາຍາມໃນວຽກງານ ເປັນຄົນກາງໄກ່ເກ່ຍລະຫວ່າງ ລັດເຊຍ - ຢູແກຣນ - ảnh 1ປະທານາທິບໍດີ ຕວກກີ Recep Tayyip Erdogan

     ວັນທີ 30 ເມາສາ, ໂຄສົກຂອງປະທານາທິບໍດີ ຕວກກີ  ທ່ານ ອີບາລາຮິມ ກາລິນ ໄດ້ມີການພົບປະກັບປະທານາທິດີ ຢູແກຣນ ເຊີແລນສະກີ ຢູ່ນະຄອນຫຼວງ ກີແອັບ. ຮ່ວມເດີນທາງພ້ອມກັບທ່ານ ກາລິນ ໄປຍັງ ກີແອັບ ກໍ່ຍັງມີທ່ານຮອງລັດຖະມົນການຕ່າງປະເທດ ຕວກກີ  ເຊດັດ ໂອນານ. ເຖິງວ່າລາຍລະອຽດກ່ຽວກັບເນື້ອໃນ ກ່ຽວກັບການພົວພັນດັ່ງກ່າວ ຍັງບໍ່ທັນໄດ້ປະກາດກໍ່ຕາມ, ແຕ່ ອານກາຣາ ພວມແມ່ນຄົນກາງໄກ່

ເກ່ຍການປະທະກັນລະຫວ່າງ ຢູແກຣນ ແລະ ລັກເຊຍ. ປັດຈຸບັນປະທານາທິບໍດີ ຕວກກີ Recep Tayyip Erdogan  ກໍ່ພວມຊອກຫາວິທີ ເປີດຊ່ອງທາງໃຫ້ແກ່ການພົບປະສຸດຍອດ ຢູ່ ອິດສະຕຳບູນ ລະຫວ່າງປະທານາທິບໍດີ ລັດເຊຍ ປູຕິນ ແລະ ຄູ່ຕຳແໜ່ງ ຢູແກຣນ ທ່ານ ເຢີແລນສະກີ.

     ໃນການໂອ້ລົມທາງໂທລະສັບ ກັບປະທານາທິບໍດີ ປູຕິນ ເມື່ອມໍ່ໆມານີ້, ປະທານາທິບໍດີ ຕວກກີ Recep Tayyip Erdogan  ໄດ້ຊີ້ແຈ້ງວ່າ ຕວກກີ ຢາກສ້າງພື້ນຖານສັນຕິພາບຍາວນານ ໃນພາກພື້ນຍິ່ງໄວກໍ່ຍິ່ງດີ ດ້ວຍວິທີ
ເພີ່ມທະວີກຳລັງໜູນທີ່ບັນລຸໄດ້ ໃນບັນດາການເຈລະຈາຢູ່ ອິດສະຕຳບູນ. 

ຕອບກັບ

ຂ່າວ/ບົດ​ອື່ນ