ຕວັກ​ກີ ຢັ້​ງ​ຢືນ​ຮັກ​ສາ​ບັນ​ດາ​ປ້ອມ​ຕິດ​ຕາມ​ກວດ​ກາການ​ທະ​ຫານ​ຢູ່ Idlid

(VOVWORLD) -ຕວັກກີ ຍັງຄົງຮັກສາສະພາບການຕົວຈິງຂອງບັນດາປ້ອມຕິດຕາມກວດກາການທະຫານ ເຊິ່ງກອງທັບປະເທດນີ້ ໄດ້ກໍ່ສ້າງຢູ່ແຂວງ Idlid, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ.
ຕວັກ​ກີ ຢັ້​ງ​ຢືນ​ຮັກ​ສາ​ບັນ​ດາ​ປ້ອມ​ຕິດ​ຕາມ​ກວດ​ກາການ​ທະ​ຫານ​ຢູ່ Idlid - ảnh 1 (ພາບປະກອບ: TTXVN)

        ວັນທີ 6 ມີນາ, ຫ້ອງວ່າການປະທານາທິບໍດີ ຕວັກກີ ແຈ້ງໃຫ້ຊາບວ່າ ປະເທດນີ້ ຍັງຄົງຮັກສາສະພາບການຕົວຈິງຂອງບັນດາປ້ອມຕິດຕາມກວດກາການທະຫານ ເຊິ່ງກອງທັບປະເທດນີ້ ໄດ້ກໍ່ສ້າງຢູ່ແຂວງ Idlid, ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ. ແຈ້ງການດັ່ງກ່າວ ກໍໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຂໍ້ຕົກລົງຢຸດຍິງ ເຊິ່ງ ລັດເຊຍ ແລະ ຕວັກກີ ຫາກໍລົງນາມໃນວັນທີ 5 ມີນາ ອັນໄດ້ສ້າງພື້ນຖານໃຫ້ແກ່ການຫັນສະພາບການຢູ່ Idlid  ເຊິ່ງເປັນເຂດທີ່ໄດ້ຮັບຖືວ່າ ແມ່ນເຮືອນຮັງສຸດທ້າຍຂອງພວກກະບົດຢູ່ ຊີຣີ ໃຫ້ເປັນປົກກະຕິ. ຂໍ້ຕົກລົງສະບັບດັ່ງກ່າວ ບໍ່ໄດ້ເຕື້ອງເຖິງບັນດາຄຳຮຽກຮ້ອງຕ້ອງການໂດຍພື້ນຖານຂອງ ຕວັກກີ ເປັນຕົ້ນແມ່ນ ຄຳຮຽກຮ້ອງຕ້ອງການໃຫ້ກຳລັງ ຊີຣີ ຖອນຕົວອອກຈາກບັນດາປ້ອມຕິດຕາມກວດກາຂອງກອງທັບຕວັກກີ ຢູ່ Idlid.

ຕອບກັບ

ຂ່າວ/ບົດ​ອື່ນ