ຕວກກີ ຢາກປັບປຸງການພົວພັນກັບ ອາເມລິກາ

(VOVWORLD) - ວັນທີ 20 ກຸມພາ, ປະທານາທິບໍດີ ຕວກກີ   Tayyip Erdogan ເນັ້ນຫນັກວ່າ ຜົນປະໂຫຍດລວມລະຫວ່າງ Ankara ແລະ ວໍຊີງຕັນ ໄດ້ລື່ນກາຍຈຸດແຕກຕ່າງກັນລະຫວ່າງສອງປະເທດ ພ້ອມທັງສະແດງຄວາມປາດຖະຫນາຢາກປັບປຸງການຮ່ວມມືກັບ ອາເມລິກາ.
ຕວກກີ ຢາກປັບປຸງການພົວພັນກັບ ອາເມລິກາ - ảnh 1ທ່ານປະທານາທິບໍດີ ຕວກກີ Erdogan ກ່າວຄຳເຫັນທີ່ Ankara
ພາບ:THX/TTXVN
 

ກ່າວຄຳເຫັນທາງໂທລະພາບ, ທ່ານປະທານາທິບໍດີ Erdogan ໃຫ້ຮູ້ວ່າ:   Ankara ຢາກເພີ່ມທະວີການຮ່ວມມືຍາວນານກັບ ອາເມລິກາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໃສ່ໃຈວ່າ “ຕວກກີ ຈະສືບຕໍ່ປະຕິບັດບົດບາດຂອງຕົນໃຫ້ເໝາະສົມກັບການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ”

 ການພົວພັນລະຫວ່າງສອງປະເທດພັນທະມິດ NATO ນີ້ໄດ້ເກີດຄວາມເຄັ່ງຕຶງຍ້ອນຫລາຍບັນຫາ ຄືເລື່ອງ: ອາເມລິກາ ລົງໂທດ ຕວກກີ ຍ້ອນໄດ້ຊື້ລະບົບປ້ອງກັນລູກສອນໄຟປ້ອງກັນອາກາດ S- 400 ຂອງລັດເຊຍ.ຕວກກີ ຖືວ່າ ເລື່ອງຊື້ລະບົບລູກສອນໄຟນີ້ແມ່ນມີຄວາມຈຳເປັນ ເພາະປະເທດນີ້ບໍ່ສາມາດຊື້ລະບົບປ້ອງກັນອາກາດຈາກບໍ່ວ່າປະເທດພັນທະມິດໃດໃນ NATO ດ້ວຍເງື່ອນໄຂເໝາະສົມ. ໃນຂະນະນັ້ນ ຝ່າຍ ອາເມລິກາ ພັດຖືວ່າ ລະບົບລູກສອນໄຟດັ່ງກ່າວຈະນາບຂູ່ບັນດາເຮືອບິນສູ້ຮົບ F-35 ຂອງປະເທດນີ້ ກໍ່ຄື ລະບົບປ້ອງກັນອາກາດເປີດກວ້າງ NATO

ຕອບກັບ

ຂ່າວ/ບົດ​ອື່ນ