ຕວກກີ ອາດຈະຈັດຕັ້ງການລົງປະຊາມະຕິກ່ຽວກັບຖານະເປັນສະມາຊິກອີຢູ

(vovworld) – ວັນ​ທີ 17/4, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyip Erdogan ໄດ້​ຖະ​ແຫຼງວ່າ: ປະ​ເທດນີ້​ອາດ​ຈະ​ຈັດ​ຕັ້ງ​ການ​ລົງ​ປະ​ຊາ​ມະ​ຕິ​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ເຂົ້າ​​ເປັນ​ສະ​ມາ​ຊິກ ອີ​ຢູ ທີ່​ເຄີຍ​ຖືກ​ໂຈະ​ໄວ້​ແຕ່​ດົນ​ນານ​ມາ​ແລ້ວ. ຖ​ະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ປະ​ຊາ​ຊົນ ຕວກ​ກີ ໄດ້​ຮັບ​ຮູ້​ເລື່ອງ​ເປີດ​ກ້​ວາງ​ສິດ​ອຳ​ນາດ​ໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ຫວ່າງມໍ່ໆ​ມາ​ນີ້.

        ໃນ​ຂະ​ນະ​ນັ້ນ, ເມື່ອ​ກ່າວ​ຄຳ​ເຫັນ​ພາຍຫຼັງ​ມີ​ໝາກ​ຜົນ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່ ຕວກ​ກີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂອ​ຕ​ຣິດ Christian Kern ໄດ້​ຢັ້ງ​ຢືນ​ວ່າ ແງ່​ຫວັງ​ກ່ຽວ​ກັບ​ເລືຶ່ອງ ຕວກ​ກີ ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ໄດ້​ຖືກ​​ສູນ​ເສຍ​ໄປ. ທັດ​ສະ​ນະ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂອ​ຕ​ຣິດ ​ກໍ່ຄື​ກັນ​ກັບ​ການ​ນຳຫຼາຍ​ທ່ານ​ຂອງ​ເອີ​ລົບ, ນັ້ນ​ແມ່ນ​ຄັດ​ຄ​້ານ​ການ​ຟື້ນ​ຟ​ູ​ການ​ຕັດ​ສິນ​ລົງ​ໂທ​ດ ປະ​ຫານ​ຊີ​ວິດ​ຢູ່ ຕວກ​ກີ.


ຕອບກັບ

ຂ່າວ/ບົດ​ອື່ນ