ຕວກກີ ເຂົ້າຮ່ວມກອງປະຊຸມເພື່ອສັນຕິພາບ ຢູແກຼນ

(VOVWORLD) -ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ແຈ້ງຂ່າວຄາວດັ່ງກ່າວໃນການໂອ້ລົມທາງໂທລະສັບກັບຄູ່ຕຳແຫນ່ງ ຕວກກີ ທ່ານ Tayyip Erdogan ໃນວັນທີ 21 ຕຸລາ.
ຕວກກີ ເຂົ້າຮ່ວມກອງປະຊຸມເພື່ອສັນຕິພາບ ຢູແກຼນ - ảnh 1ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ. ພາບ:AFP/TTXVN

ຕວກກີ ຈະເຂົ້າຮ່ວມກອງປະຊຸມເພື່ອສັນຕິພາບຄັ້ງໃຫມ່ ຄາດວ່າ ຈະດຳເນີນໃນອາທິດຫນ້າ ຢູ່ Malta ເພື່ອແນໃສ່ປຶກສາຫາລືບັນດາວິທີການເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ. ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ແຈ້ງຂ່າວຄາວດັ່ງກ່າວໃນການໂອ້ລົມທາງໂທລະສັບກັບຄູ່ຕຳແຫນ່ງ ຕວກກີ ທ່ານ Tayyip Erdogan ໃນວັນທີ 21 ຕຸລາ.

ໃນສື່ສັງຄົມອອນລາຍ Telegram, ປະທານາທິບໍດີ Zelensky ໃຫ້ຮູ້ວ່າ: Ankara ຈະເຂົ້າຮ່ວມເພື່ອຍົກອອກຄຳເຫັນ ແລະ ຫລັກໝັ້ນກ່ຽວກັບບັນຫານີ້.

ນອກນັ້ນ, ການນຳສອງທ່ານ ກໍ່ໄດ້ປຶກສາຫາລືທັດສະນະກ່ຽວກັບສະພາບການຢູ່ ຕາເວັນອອກກາງ ປະຈຸບັນ ພ້ອມທັງເນັ້ນຫນັກເຖິງຄວາມຈຳເປັນຮັບປະກັນຄວາມປອດໄພໃຫ້ສາມັນຊົນໝົດທຸກຄົນຄືເຄົາລົບມະນຸດສະທຳ.

ວັນທີ 20 ຕຸລາ, Malta ປະກາດວ່າ: ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມເພື່ອສັນຕິພາບຄັ້ງໃຫມ່ ກ່ຽວກັບ ຢູແກຼນ ໃນວັນທີ 28-29 ຕຸລາ, ພາຍຫລັງບັນດາການພົບປະຄ້າຍຄືກັນຢູ່ ຊາອຸດິ ອາຣັບບີ ແລະ ແດນມາກ ໃນຕົ້ນປີນີ້. ລັດເຊຍ ຄາດວ່າ ສືບຕໍ່ບໍ່ເຂົ້າຮ່ວມກອງປະຊຸມຄັ້ງນີ້

ຕອບກັບ

ຂ່າວ/ບົດ​ອື່ນ