ຕວກກີຈັບຕົວ7ເປົ້າໝາຍທີ່ກ່ຽວຂ້ອງເຖິງເຫດວາງລະເບີດລົດເມຂົນສົ່ງພົນທະຫານ

ຕວກກີຈັບຕົວ7ເປົ້າໝາຍທີ່ກ່ຽວຂ້ອງເຖິງເຫດວາງລະເບີດລົດເມຂົນສົ່ງພົນທະຫານ - ảnh 1
​ເຫດ​ວາ​ລະ​ເບີດ
(ພາບ: THX/TTXVN)

(vovworld) -​ ວັນ​ທີ 17/12, ເຈົ້າ​ໜ້າ​ທີ່​ຕ​ວກ​ກີ ໄດ້​ຈັບ​ຕົວ 7 ເປົ້າ​ໝາຍ ແລະ ຊອກ​ຈັບ 5 ເປົ້າ​ໝາຍ​ອື່ນ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຫດ​ວາ​ລະ​ເບີດ​ໃນ​ວັນ​ດຽວ​ກັນ ແນ​ໃສ່​ລົດ​ເມ​ຂົນ​ສົ່ງ​ພົນ​ທະ​ຫານ, ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ ແລະ 56 ຄົນ​ຖືກ​ຮັບ​ບາດ​ເຈັບ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່​ນະ​ຄອນ​ຫຼວງ ອາ​ກາ​ຣາ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ຕວກ​ກີ ໃຫ້​ຮູ້​ວ່າ, ໃນ​ຈຳ​ນວນ​ບັນ​ດາ​ຜູ້​ຮັບ​ບາດ​ເຈັບ ມີ​ພົນ​ທະ​ຫານ​ 48 ຄົນ ແລະ ຫຼາຍ​ຄົນ​ຖືກ​ຮັບ​ບາດ​ເຈັບ​ໜັກ. ກ່ອນ​ໜ້ານັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tayyip Erdogan ຖື​ວ່າ, ບັນ​ດາ​ມື​ປືນ​ຂຶ້ນ​ກັບ​ພັກ​​ແຮງ​ງານຊາວ Kurf (PKK) ແມ່ນ​ຕົວ​ການດຳ​ເນີນ​ບັນ​ດາ​ເຫດວ​າງ​ລະ​ເບີດ​ແນ​ໃສ່​ລົດ​ເມ​ດັ່ງ​ກ່າວ. ລົດ​ເມ​ທີ່​ຂົນ​ສົ່ງ​ພົນ​ທະ​ຫານ​ຖືກ​ລະ​ເບ​ີດ​ຂຶ້ນ​ຢູ່​ມໍ່​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​​ໃນ​ນະ​ຄອນ Kayseri, ເມື່ອ​​ແລ່ນ​ຜ່ານ​ລົດ​ໂອ​ໂຕ​ຄັນ​ໜຶ່ງ​ເຊິ່ງ​ໄດ້​ຮັບ​ຖື​ວ່າ ​ມີ​ວັດ​ຖຸ​ລະ​ເບີດ​ໃນ​ລົດ.

ຂ່າວ/ບົດ​ອື່ນ