ຕວກກີຈັບຕົວຜູ້ຂ້າມຊາຍແດນຢ່າງຜິດກົດໝາຍກວ່າ2500ຄົນ

(VOVWORLD) -ວັນທີ 30 ກັນຍາ, ກອງທັບ ຕວກກີ ໃຫ້ຮູ້ວ່າ ກຳລັງປ້ອງກັນຄວາມສະຫງົບປະເທດນີ້ ໄດ້ຈັບຕົວ 2.553 ຄົນຂ້າມຊາຍແດນຢ່າງຜິດກົດໝາຍ. 


ຕາມແຈ້ງການຂອງກອງເສນາທິການໃຫຍ່ກອງທັບ ຕວກກີ ແລ້ວ, ມີ 2.488 ຄົນຖືກຈັບຕົວໃນວັນທີ 29 ກັນຍາ ເມື່ອພວມພະຍາຍາມຂ້າມຊາຍແດນ ຈາກ ຊີຣີ ໄປຍັງ ຕວກກີ. ໃນວັນດຽວກັນ, ກຳລັງ   ທະຫານປ້ອງກັນຊາຍແດນ ກໍ່ໄດ້ຈັບຕົວ 61 ຄົນພວມຊອກວິທີຂ້າມຊາຍແດນໄປເຖິງ ເກຼັກ.

ຕວກກີ ໄດ້ກາຍເປັນປະເທດທາງຜ່ານສຳລັບຊາວອົບພະຍົບ ຈາກບັນດາເຂດຂາດສະຖຽນລະພາບໃນໂລກ ຄື ຊີຣີ, ອີຣັກ ແລະ ອາບການິສະຖານ ຊອກວິທີໄປເຖິງ ສະຫະພາບເອີລົບ.

 


ຕອບກັບ

ຂ່າວ/ບົດ​ອື່ນ