ຕວກກີຈະເອົາປະຊາມະຕິກ່ຽວກັບເລື່ອງເຂົ້າເປັນສະມາຊິກອີຢູ

ຕວກກີຈະເອົາປະຊາມະຕິກ່ຽວກັບເລື່ອງເຂົ້າເປັນສະມາຊິກອີຢູ - ảnh 1
ທ່ານ​ປະທານາທິບໍດີ ຕວກກີ Tayip Erdogan
(ພາບ: EPA/TTXVN)

(vovworld) - ຕວກກີ ອາດ​ຈະ​ຈັດ​ຕັ້ງ​ການ​​ເອົາ​ປະຊາ​ມະຕິ​ໃນ​ປີ 2017 ກ່ຽວ​ກັບ​ເລື່ອງ​ປະ​ເທດ​ນີ້ ຈະ​ສືບ​ຕໍ່​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ພາບ ​ເອີ​ລົບ (ອີ​ຢູ) ຫຼື​ບໍ. ກ່າວ​ຄຳ​ເຫັນ​ໃນ​ຊ່ອງໂທລະພາບ​ວັນ​ທີ 14/11, ທ່ານ​ປະທານາທິບໍດີ ຕວກກີ Tayip Erdogan ຕຳ​ໜິຕິຕຽນ​ເລື່ອງ ທ່ານ Martin Schulz ປະທານ​ລັດຖະສະພາ ​ເອີ​ລົບ (EP) ອາດ​ຈະ​ລົງ​ໂທ​ດ Ankara ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຈັບ​ຕົວ​ບັນດາ​ນັກ​ການ​ເມືອງ ​ແລະ ນັກ​ຂ່າວ ​ເຊິ່ງ ຕວກກີ ກ່າວ​ຫາວ່າມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ການ​ກໍ່​ການ​ຮ້າຍ. ທ່ານ Erdogan ​ໄດ້ຄັດ​ສະ​ເໜີບັນດາ​ຄຳ​ຮຽກຮ້​ອງຈາກ​ບາງ​ປະ​ເທດ​ເປັນ​ສະມາຊິກ ອີ​ຢູ ກ່ຽວ​ກັບ​ເລື່ອງ​ຢຸດ​ຕິ​ບັນດາ​ການ​ເຈລະຈາ​ເຂົ້າ​​ເປັນ​ສະມາຊິກສະຫະພາບ​ນີ້​ ສຳລັບ ຕວກກີ, ພ້ອມ​ທັງ ຊີ້​ແຈ້ງວ່າ Ankara ຈະ​ລໍຖ້າ​ຮອດ​ທ້າຍ​ປີ​ນີ້, ຫລັງ​ຈາກ​ນັ້ນ ຈະ​ຍົກ​ບັນ​ຫາ​ນີ້​ອອກ​ເພື່ອ​ເອົາ​ປະຊາ​ມະຕິ. ນອກ​ນັ້ນ ການ​ນຳປະ​ເທດ​ນີ້ ກໍ່​ຢືນຢັນ​ວ່າ ຈະ​ໃຫ້​ສັດຕະຍາບັນ ຖ້າ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ຮັບຮອງ​ເອົາ​​ກົດໝາຍສະບັບ​ໜຶ່ງ ກ່ຽວ​ກັບ​ເລື່ອງ​ຟື້ນ​ຟູ​ຮູບການ​​ປະຫານ​ຊີວິດ.

ຂ່າວ/ບົດ​ອື່ນ