ຕວກກີ​ຍິງ​ປືນ​ໃຫຍ່​ໃສ່IS​ແລະ​ກຳລັງ​ຊາວKurdຢູ່​ພາກ​ເໜືອ​ຊີຣີ

ຕວກກີ​ຍິງ​ປືນ​ໃຫຍ່​ໃສ່IS​ແລະ​ກຳລັງ​ຊາວKurdຢູ່​ພາກ​ເໜືອ​ຊີຣີ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 22/08, ກອງທັບ ຕວກກີ ​ເລີ່​ມຕົ້ນ​ຍິງ​ປືນ​ໃຫຍ່​ໃສ່​ບັນດາ​​ເປົ້າ​ໝາຍຂອງ​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ແລະ ກຳ​ລັງທະຫານ​ລາດ​ປ້ອງ​ກັນ​ຕົວ​ຊາວ Kurd “ພັກ​ສຳພັນ​ທະ​ມິດ​ປະຊາທິປະ​ໄຕ” (PYD) ຢູ່​ພາກ​ເໜືອ ຊີຣີ. ​ແລະກໍ່​ໃນ​ວັນ​ດຽວ​ກັນ ທ່ານ​ນາຍົກລັດຖະມົນຕີ ຕວກກີ Binali Yildirin ​ໄດ້ກະຕຸກ​ຊຸກຍູ້​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ໃນ​ນັ້ນ ມີ ອີຣານ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ສົມທົບ​ກັນ ​ເພື່ອ​ເປີດ “ໜ້າ​ໃໝ່” ​ໃນ​ວິ​ກິດ​ການ ຊີຣີ ຢ່າງ​ວ່ອງ​ໄວ. ​ເມື່ອ​ຕອບ​ສຳພາດ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫລັງ​ກອງ​ປະຊຸມຄະນະ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Yildirin ຊີ້​ແຈ້ງວ່າ: “ສິ່ງ​ສຳຄັນ​ທີ່​ສຸດ ​ແມ່ນ​ຕ້ອງ​ເປີດ​ໜ້າ​ໃໝ່​ຢູ່ ຊີຣີ ຢ່າງ​ວ່ອງ​ໄວ, ​ໂດຍອີງ​ຕາມ​ຮູບ​ແບບ​ທີ່ມີ​ການ​ເຂົ້າ​ຮ່ວມ​ຂອງ ຕວກກີ, ອີຣານ, ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ບາງ​ປະ​ເທດ​ເຂດ​ອ່າວ ​ແລະ ຊະ​ອຸ​ດິ ອາຣາ​ເບຍ”. ​ແລະ​ກໍ່ຕາມ​ທ່ານ Yildirin, ບໍ່​ວ່າ​ໂຄງ​ສ້າງ​ພູມ​ສາດ​ຂອງ​ຊາວ Kurd ​ໄດ້​ສ​້າງຕັ້ງ​ຢູ່​ພາກ​ເໜືອ ຊີຣີ, ພາກ​ໃຕ້​ ຕວກກີ ຫຼືບໍ່​ວ່າ ຂົງ​ເຂດ​ ​ໃດໆ​ອື່ນ​ແມ່ນ “ບໍ່​ສາມາດ​ຍອມຮັບ​ໄດ້​ຢ່າງສິນ​ເຊິ​ງ”.

 

ຂ່າວ/ບົດ​ອື່ນ