ຕວກກີຖະແຫຼງດຳເນີນບັ້ນຮົບຢູ່ຊີຣີໂດຍບໍ່ຫົວຊາຕໍ່ການບຸກໂຈມຕີIstanbul

ຕວກກີຖະແຫຼງດຳເນີນບັ້ນຮົບຢູ່ຊີຣີໂດຍບໍ່ຫົວຊາຕໍ່ການບຸກໂຈມຕີIstanbul - ảnh 1
ລົດ​ຕັງ​ຂອງກອງ​ທັບ ຕວກ​ກີ
(ພາບ: US News)

(vovworld) – ວັນ​ທີ 2/1, ທ່ານ Numan Kurtulmus, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕວ​ກກ​ີ ໄດ້ຖະ​ແຫຼງ​ວ່າ ປະ​ເທດນີ້​ຈະ​​ດຳ​ເນີນບັ້​ນ​ຮົບ​ການ​ທະ​ຫານ​ຢູ່ ຊີ​ຣີ ໂດຍບໍ່​ຫົວ​ຊາ​ຕໍ່​ການ​ບຸກ​ໂຈມ​ຕີ​​ທີ່ເຮັດ​ໃຫ້ 39 ຄົນ​ເສຍ​ຊີ​ວິ​ດ​ໃນ​ເທັກ​ Reina ຢູ່​ນະ​ຄອນ Istanbul. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Kurtulmus ໄດ້​ເນັ້ນ​ໜັກ​ວ່າ: “ນີ້​ແມ່ນ​ສາ​ນ​ທີ່​ສະ​ຫງວນ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂ້າມ​ຊາຍ​ແດນ” ຂອງ​ຕວກ​ກີ, ພິ​ເສດ​ແມ່ນບັ້​ນຮົບ​ປ້ອງ​ກັນ Eupharates. ແຕ່​ເຖິງຢ​່າງ​ໃດ​ກໍ່​ຕາມ, ທ່ານ​ໄດ້​ຢັ້ງ​ຢືນ​ວ່າ ຕວກ​ກີ ຈະ​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂ້າມ​ຊາຍ​ແດນ ແລະ ບັ້​ນ​ຮົບ​ກຳ​ບັງ Eupharates ດ້ວຍ​ຄວາມ​ຕັດ​ສິນ​ໃຈ”.

        ກ່ອນ​ໜ້ານັ້ນ, ອົງ​ການ​ລັດ​ອິດ​ສະ​ລາມ (IS) ​ຍອມ​ຮັບ​ວ່າໄດ້​ດຳ​ເນີນ​ການ​ຍິງ​ປືນ​ຢູ່ ເທັກ Reina, ພ້ອມ​ທັງ​ຖະ​ແຫຼງ​ວ່ານີ້​ແມ່ນ​ການ​ໂຕ້​ຕອບ​ເລື່ອງ​ການ​ແຊກ​ແຊງ​ຂອງ​ຕວກ​ກີ ເຂົ້າ ຊີ​ຣີ. ​ສຳ​ລັບການ​ບຸກ​ໂຈມ​ຕີ​ຢູ່​ເທັກ Reina, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Kurtulmus ​ໄດ້ຢັ້ງ​ຢືນ​ວ່າ: ວົງ​ການ​ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທດນີ້​ພວມກຳ​ນົດ​​ ມື​ປືນ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ການ​ບຸກ​ໂຈມ​ຕີ ແລະ ໄດ້​ກັກ​ຂັງ​ຜູ້​ຖືກ​ສົງ​ໄສ 8 ຄົນ.


ຂ່າວ/ບົດ​ອື່ນ