ຕວກກີບຸກໂຈມຕີຊາວ Kurd ຢູ່ຊີຣີ: ການປະທະກັນໄດ້ກໍ່ຄວາມລົ້ມຫາຍຕາຍຈາກເປັນຈຳນວນຫຼາຍ

(VOVWORLD) -ເຫດບຸກໂຈມຕີຂອງຕວກກີ ແນໃສ່ບັນດາກຳລັງຊາວ Kurd ຢູ່ທາງພາກເໜືອຊີຣີ ໄດ້ເຮັດໃຫ້ຢ່າງໜ້ອຍສຸດນັບ 10 ຄົນເສຍຊີວິດ ແລະ ນັບພັນໆຄົນຕ້ອງຍົກຍ້າຍ.

ຕວກກີບຸກໂຈມຕີຊາວ Kurd ຢູ່ຊີຣີ: ການປະທະກັນໄດ້ກໍ່ຄວາມລົ້ມຫາຍຕາຍຈາກເປັນຈຳນວນຫຼາຍ - ảnh 1 ຕວກກີບຸກໂຈມຕີຊາວ Kurd ຢູ່ຊີຣີ

(ພາບ: THX/TTXVN)

ຕາມອົງການຕິດຕາມກວດກາສິດທິມະນຸດຊີຣີ (SOHR) ແລ້ວ, ວັນທີ 10 ຕຸລາ, ເຮືອບິນສູ້ຮົບຂອງຕວກກີ ໄດ້ດຳເນີນບັນດາການບຸກໂຈມຕີທາງອາກາດໃໝ່. ການປະທະກັນເກີດຂຶ້ນຢູ່ບາງແຫ່ງ, ໃນນັ້ນສຸມໃສ່ຕົ້ນຕໍແມ່ນຢູ່ Tal Abyad, ເຊິ່ງແມ່ນໜຶ່ງໃນບັນດາເທດສະບານເມືອງໂດຍຊາວ Kurd ຄວບຄຸມ. ຕາມຂໍ້ມູນຂ່າວຈາກ SOHR ແລ້ວ, ມາຮອດປະຈຸບັນ, ມີມືປືນຢ່າງໜ້ອຍສຸດ 29 ຄົນ ແລະ ສາມັນຊົນ 10 ຄົນເສຍຊີວິດ ນັບແຕ່ເມື່ອຕວກກີ ເລີ່ມດຳເນີນການບຸກໂຈມຕີຊາວ Kurd ຢູ່ຊີຣີ. ໃນຂະນະນັ້ນ, ກະຊວງປ້ອງກັນປະເທດຕວກກີ ໄດ້ຍົກອອກຕົວເລກທີ່ວ່າ ມີມືປືນຊາວ Kurd 228 ຄົນເສຍຊີວິດ. ຕາມຄະນະກຳມະການຊ່ວຍເຫຼືອສາກົນແລ້ວ, ມີ 64.000 ຄົນຢູ່ຊີຣີ ຕ້ອງໄດ້ຍົກຍ້າຍ.

        ຊາວ Kurd ຢູ່ຊີຣີ ໄດ້ມີປະຕິກິລິຍາຮຽກຮ້ອງໃຫ້ສະຫະພາບເອີລົບ ມີບັນດາມາດຕະການລະອຽດ ເພື່ອແນໃສ່ລົງໂທດຕວກກີ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີຕວກກີ ໄດ້ປະຕິເສດບັນດາການຕຳໜິຕິຕຽນຂອງປະຊາຄົມສາກົນກ່ຽວກັບບັ້ນຮົບດ້ານການທະຫານ ເຊິ່ງປະເທດນີ້ດຳເນີນແນໃສ່ກຳລັງຊາວ Kurd ຢູ່ທາງທິດຕາເວັນອອກສ່ຽງເໜືອຊີຣີ.

        ແລະກໍ່ໃນວັນທີ 10 ຕຸລາ, ຫຼາຍປະເທດໄດ້ຮຽກຮ້ອງໃຫ້ຕວກກີ ຢຸດຕິການບຸກໂຈມຕີກຳລັງຊາວ Kurd ຢູ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ