ຕວກກີບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍISຢູ່ຊີຣີ

ຕວກກີບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍISຢູ່ຊີຣີ - ảnh 1
(ພາບປະກອບ)

(vovworld) – ສຳນັກ​ຂ່າວສານ NTV ຂອງ​ຕວກກີ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງໃນ​ລັດຖະບານ​ປະ​ເທດ​ນີ້ ​ໃຫ້​ຮູ້​ວ່າ, ວັນ​ທີ 31/10, ບັນດາ​ເຮືອບິນ​ສູ້​ຮົບ​ຂອງຕວກກີ ​ໄດ້​ບຸກ​ໂຈມ​ຕີ​ທາງ​ອາກ​າດ​ໃສ່ບັນດາ​ຮາກ​ຖານ​ຂອງ​ອົງການ​ລັດອິດ​ສະ​ລາມ IS ​ອ້າງ​ຊື່​​ເອງ ຢູ່​ຊີຣີ. NTV ​ໄດ້​ຄັດ​ແຫຼ່ງຂ່າວ​ຈາກ​ບັນດາ​ນາຍ​ທະຫານ​ກອງທັບ​ຕວກກີ ​ໃຫ້​ຮູ້​ວ່າ, ​ເຮືອ​ບິນ​ສູ​້ຮົບ F -16, 2 ລຳຂອງ​ປະ​ເທດ​ນີ້ ​ໄດ້​ດຳ​ເນີນ​ການ​ບຸກໂຈມ​ຕີ​ທາງ​ອາກາດໃສ່ບັນດາ​ຖານ​ທີ່​ໝັ້ນ​ຂອງ IS ຢູ່​ບ້ານ Harcele, ຂຶ້ນ​ກັບ​ເທດສະບານ​ເມືອງ Azaz ຂອງ​ຊີຣີ ​ໃນ​ເວລາ 15 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ). ນີ້​ແມ່ນການຮົບ​ບຸກ​ໂຈມຕີ​ທາງ​ອາກາດ​ຄັ້ງ​ທີ 2 ຂອງ​ກອງທັບ​ອາກາດ​ຕວກກີ ​ໃສ່​ບັນດາ​ຮາກ​ຖານ​ຂອງ IS ຢູ່​ຊີຣີ ນັບ​​ແຕ່​ເດືອນ 07/2015.

ຂ່າວ/ບົດ​ອື່ນ