ຕວກກີປະກາດຕົວການເຫດວາງລະເບີດສະຫຼະຊີບຢູ່Istanbulແມ່ນສະມາຊິກຂອງIS

ຕວກກີປະກາດຕົວການເຫດວາງລະເບີດສະຫຼະຊີບຢູ່Istanbulແມ່ນສະມາຊິກຂອງIS - ảnh 1
ປ່ອງຢ້ຽມແຕກຍ້ອນຜົນສະທ້ອນຈາກການວາງລະເບີດ
(ພາບ:Reuters)

(vovworld) – ​  ວັນ​ທີ 20/3, ຕວກກີ ​ໄດ້​ປະກາດ​ຊື່​ຂອງ​ຕົວ​ການ​ໃນ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີ​ບທີ່​ເກີດ​ຂຶ້ນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 19/3, ຢູ່​ນະຄອນ Istanbul, ນັ້ນ​ແມ່ນ​ສະມາຊິກ​ຂອງ​ກຸ່ມ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​​ເຊິ່ງໄດ້ຮັບ​ການ​ຖ່າຍ​ທອດ​ສົດ​ທາງ​​ໂທລະພາບ, ທ່ານ Efkan Ala, ລັດຖະມົນຕີ​ກະຊວງ​ພາຍ​ໃນ ຕວກກີ ​ໃຫ້​ຮູ້​ວ່າ: ຕົວ​ການ​ໃນ​ເຫດ​ວາງ​ລະ​ເບີດ​​ມີ​ຊື່ວ່າ Mehmet Ozutrk ​ເກີດ​ປີ 1992 ຢູ່​ນະຄອນ Gaziantep. Mehmet Ozutrk ບໍ່​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ບັນ​ດາ​ເປົ້າ​ໝາຍ​ຖືກ​ຊອກ​ຈັບ​ກ່ອນ​ທີ່​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ເມື່ອຕອນ​ບ່າຍ​ວັນ​ທີ 19/3 ຢູ່ Istanbul, ຊຶ່ງ​ເຮັດ​ໃຫ້​ຊາວ​ອິດສະຣາ​ແອນ 3 ຄົນ ​ແລະ ຊາວ ອີ​ຣານ ຄົນ​ໜຶ່ງ​ເສຍ​ຊີວິດ ​ແລະ ນັບ​ສິບໆ​ຄົນ​ຖືກ​ບາດ​​ເຈັບ. ທ່ານ Efkan Ala ​ໃຫ້​ຮູ້​ວ່າ, ຕຳຫຼ​ວ​​ດ ປະ​ເທດ​ນີ້​ໄດ້​ຈັບ 5 ​ເປົ້າ​ໝາຍ​ທີ່​ຖືກ​ສົງ​ໄສ​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຕຳຫຼວດຕວກກີ ຖືກ​ຈັດ​ຢູ່​ໃນ​ສະພາບ​ສະພາວະ​ສຸກ​ເສີນ​ສູງ ພ້ອມ​ກັບ​ການ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເນື່ອງ​ໃນ​ໂອກາດ​ງານ​ບຸນ ລະ​ດູ​ບານ​ໃໝ່ Newroz ທີ່​ຊາວ Kurd ​ເຄີຍ​ຈັດ​ຕັ້ງ​ຢ່າງ​ຟົດ​ຟື້ນ.
ຂ່າວ/ບົດ​ອື່ນ