ຕວກກີປະຕິເສດຂ່າວໃຫ້ ກຳລັງທະຫານປະສົມ ນຳໃຊ້ບັນດາຖານ ທີ່ໝັ້ນຕ້ານ IS


ຕວກກີປະຕິເສດຂ່າວໃຫ້ ກຳລັງທະຫານປະສົມ ນຳໃຊ້ບັນດາຖານ ທີ່ໝັ້ນຕ້ານ IS  - ảnh 1

(ພາບ: Orientalreview.org.  )

(vovworld) –​​​ວັນ​ທີ 13/10, ຕວກກີ​ ປະຕິ​ເສດ​ຂ່າວ​ທີ່​ວ່າ​ປະ​ເທດ​ນີ້​ໄດ້ອະນຸຍາດໃຫ້​ກຳລັງ​ທະຫານ​ປະສົມ​ໂດຍ​ອາ​ເມ​ລິ​ກາ​ ນຳ​ໜ້າ​ນຳ​ໃຊ້​ບັນດາ​ຖານ​ທີ່ໝັ້ນ​ກອງທັບ ອາກາດຂອງ ອານ​ດາຣາ ​ເພື່ອ​ປະຕິບັດ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ແນ​ໃສ່​ບັນດາ​ເປົ້າໝາຍ​ຂອງ​ອົງການ “ລັດ​ອິດ​ຊະລາ​ມ“ ອ້າງຊື່​ເອງ (IS). ຫ້ອງວ່າການ ລັດຖະບານ​ຕວກກີ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ອ​າ​ເມ​ລິ​ກາ ​ພຽງ​ແຕ່​ນຳ​ໃຊ້​ຖານ​ທີ່ໝັ້ນ ດັ່ງກ່າວ​ເຂົ້າ​ໃນ​ຈຸດປະສົງ​ພະລາທິການ ​ແລະ ໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ແກ່​ອີຣັກ ​ແລະ ຊີຣີ ​ເທົ່າ​ນັ້ນ.

  ຄຳ​ປະກາດ​ຂອງ​ຕວກກີ ຖືກ​ຍົກ​ອອກ​ມາ​ພາຍ​ຫລັງ​ທີ່​ທ່ານ​ນາງ Susan Rice ທີ່​ປຶກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງຊາດ​ອາ​ເມ​ລິ​ກາ ​ເວົ້າວ່າ: ອຳນາດ​ການ​ປົກຄອງ​ອາກາຣາ ​ໄດ້​​ເຫັນ​ດີ​ຝືກຊ້ອມ​ໃຫ້​ກຳລັງ​ຝ່າຍ​ຄ້ານ​ຊື່​ງຝ່າຍ​ຕາ​ເວັນ​ຕົກ​ຖື​ວ່າ “​ໄກ່​ເກ່ຍ“ ຂອງ​ຊີຣີ​ ໃນ​​ເຂດ​ດິນ​ແດນ​ຂອງ​ປະ​ເທດ​ນີ້ ​ແລະ ອຳ​ນຸຍາດ​ໃຫ້​ກຳລັງ​ອາ​ເມ​ລິ​ກາ ສຳ​ພັດ​ກັບ​ບັນດາ​ຖານ​ທີ່ໝັ້ນຂອງກອງທັບ​ອາກາດ​ຂອງ​ຕົນ ພຽງ 1 ວັນ​./.

ຂ່າວ/ບົດ​ອື່ນ