ຕວກກີປະຕິເສດບັນດາຄຳຕຳໜິຕິຕຽນຂອງຝ່າຍຕາເວັນຕົກກ່ຽວກັບບັ້ນຮົບປາບປາມພາຍຫຼັງເຫດລັດຖະປະຫານ

ຕວກກີປະຕິເສດບັນດາຄຳຕຳໜິຕິຕຽນຂອງຝ່າຍຕາເວັນຕົກກ່ຽວກັບບັ້ນຮົບປາບປາມພາຍຫຼັງເຫດລັດຖະປະຫານ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip Erdogan
(ພາບ: Reuters)

(vovworld) - ​​​ວັນ​ທີ 29/07, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip Erdogan ໄດ້​ອອກ​ສຽງ​ປະ​ຕິ​ເສດ​ບັນ​ດາ​ຄຳຕຳ​​ໜິ​ຕິ​ຕຽນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ກ່ຽວ​ກັບ​ບັ້ນ​ຮົບປາບ​ປາມ​​ດ້ວຍ​ຂະ​ໜາດ​ໃຫຍ່ ໂດຍອ​ຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ເທດນີ້​ດຳ​ເນີນ ພາຍ​ຫຼັງ​ເຫດ​ລັດ​ຖະ​ປະ​ຫານ​​ດ້ານ​ການ​ທະ​ຫານ​ຖືກ​ປະ​ລ​າ​ໄຊ​ໃນ​ວັນ​ທີ 15/07 ຜ່ານ​ມາ. ໃນ​​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Erdogan ເນັ້ນ​ໜັກ​ວ່າ, ແທນ​​ການຕຳ​ໜິ​ຕິ​ຕ​ຽນ, ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ນີ້​ ຄວນສະ​ແດງ​ຄວາມ​ເບີກ​ບ່ານ​ມ່ວນ​ຊື່ນ ແລະ ຊົມ​ເຊີຍ​ຕໍ່​ເລື່ອງ​ອຳ​ນາດ​ການ​ປົກ​ຄອງຕວກ​ກີ ໄດ້​ມີ​ບັນ​ດາ​ການ​ກະ​ທຳ​ຢ່າງ​ທັນ​ການ ເພື່ອ​ຕ້ານ​ການ​ລັດ​ຖະ​ປະ​ຫານ​ກ່ອນນີ້ 2 ອາ​ທິດ. ທ່ານ​ກໍ​ຖະ​ແຫຼງວ່າ, ຈຳ​ນວ​ນ​ຜູ້​ຖືກ​ຈັບ​ຕົວ​ຈະ​ເພີ່ມ​ຂຶ້ນ​ຖ້າ​ຫາກ​ອຳ​ນາ​ດ​ການ​ປົກ​ຄອງ Ankara ​​ພົບເຫັນ​ຫຼາຍ​ຄົນ​ສະ​ໜັບ​ສະ​ໜູນ​ກົນ​ອຸ​ບາຍກໍ່​ລັດ​ຖະ​ປະ​ຫານນີ້.

ຂ່າວ/ບົດ​ອື່ນ