ຕວກກີຢືນຢັນຄາດໝາຍການທະຫານສຸດທ້າຍຢູ່ຊີີຣີ

ຕວກກີຢືນຢັນຄາດໝາຍການທະຫານສຸດທ້າຍຢູ່ຊີີຣີ - ảnh 1
​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip Erdogan
(ພາບ: AFP/TTXVN)

(vovworld) - ບັນ​ດາບັ້ນ​ຮົບດ້ານ​ການ​ທະ​ຫານ​ຂອງ​ຕວກ​ກີ ຢູ່​ຊີ​ຣີ ບໍ່​ພຽງ​ແຕ່​​ເລັ່ງ​ໃສ່​ຈຸດໝາຍ​ສຸດ​ທ້າຍ​ແມ່ນ​ຍາດ​ເອົາ​ສິດ​ຄວບ​ຄຸມ​ນະ​ຄອນ al – Bab ​ຄືນ​ໃໝ່ຈາກ​ກຳ​ມືອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ​ເທົ່າ​ນັ້ນ, ຫາກ​ຍັງ​​ເພື່ອກວາດ​ລ້າງ​ພວກ​ກະ​ບົດ​ຕໍ່​ສູ້​ເພື່ອ​ສາ​ສະ​ໜາໃຫ້​ອອກ​ຈາກ​ເຂດ​ຊາຍ​ແດນ​ລວມ​ລະ​ຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​​ຕໍ່ວົງ​ການ​ນັກ​ຂ່າວ​ໃນ​ວັນ​ທີ 12/02, ກ່ອນ​ທີ່​ໄປ​ປະ​ຕິ​ບັດ​ງານ​ຢູ່​ປະ​ເທດ Bahrain, ຊະ​ອຸ​ດີ​ອາ​ຣາ​ເບຍ ແລະ ກວາ​ຕາ, ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip Erdogan ຢືນ​ຢັນ, ​ຈຸດໝາຍ​ສຸດ​ສູງ​ຂອງກອງ​ທັບ​ຕວກ​ກີ ໃນບັ້ນ​ຮົບ​ເຫຼົ່າ​ນີ້​ແມ່ນ​ຮັບ​ປະ​ກັນ​ໃຫ້​ເຂດ​ຊາຍ​ແດນ​ທີ່ກວ້າງ​ເຖິງ 5.000 ຕາ​ແມດ ບໍ່​ມີ​ບັນ​ດາ​ມື​ປືນ​ຊາວ​ມຸ​ດ​ສະ​ລິມ​ຫົວ​ຮຸ​ນ​ແຮງ. ທ່ານ​ຢືນ​ຢັນ​ວ່າ, ບັນ​ດາ​ກຳ​ລັງ​ຂອງ​ຕວກ​ກີ ບໍ່​ມີ​ແນວ​ຄວາມ​ຄິດຕັ້ງ​ທັບ​ຢູ່​ຜືນ​ແຜ່ນ​ດິນ​ຊີ​ຣີ ພາຍ​ຫຼັງດັບ​ສູນ ແລະ ຕີ​​ບັນ​ດາ​ມື​ປືນ IS ແລະ ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ​ຊາວ Kurd, ເຊິ່ງ​ເຄີຍ​ຖືກ​ອາ​ກາ​ຣາ ຖື​​ເປັນ​ກຳ​ລັງ​​ປໍ​ລະ​ປັກ ໃຫ້​ຖອຍ​ໄປ.

ຂ່າວ/ບົດ​ອື່ນ