ຕວກກີສົ່ງພົນທະຫານເຖິງພາກເໜືອຊີຣີຕື່ມອີກ

ຕວກກີສົ່ງພົນທະຫານເຖິງພາກເໜືອຊີຣີຕື່ມອີກ - ảnh 1
(ພາບປະກອບ/AFP)

(vovworld) - ວັນ​ທີ 08/12 ສຳນັກ​ຂ່າວສານ​ແຫ່ງ​ລັດ Anadolu ຂອງ ຕວກກີ ​ໃຫ້​ຂ່າວ​ວ່າ Ankara ​ຈະ​ສົ່ງ​ທະຫານ​ພິ​ເສດຕື່ມ​ອີກ​​ປະມານ 300 ຄົ​ນ​ເຖິງ​ພາກ​ເໜືອ ຊີຣີ ​ເ​ພື່ອ​ເພີ່ມ​ທະວີ​ໃຫ້​ບັ້ນ​ຮົບຂັບ​ໄລ່​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ແລະ ບັນດາທະຫານ​ກະບົດ​ຊາວ Kurd ​ໃຫ້​ອອກ​ຈາກ​ເຂດ​ຊາຍ​ແດນ​ພາກ​ໃຕ້ ຕວກກີ. ຕາມ Anadolu ​ແລ້ວ Ankara ຈະ​ສົ່ງ​ທະຫານ​ພິ​ເສດ 300 ຄົນມາ ​ເພື່ອ​ເພີ່ມ​ທະວີ​ໃຫ້​ບັ້ນ​ຮົບ “ກ້ອງ​ກັນແມ່​ນ້ຳ Euphrates” ​ເຖິງ​ຢ່າງ​​ໃດ​ກໍ່ຕາມ ປະຈຸ​ບັນ​ຍັງ​ບໍ່​ທັນ​ຮູ້ແຈ້ງ​ສະຖານ​ທີ່​​ ເຊິ່ງກຳລັງ​ດັ່ງກ່າວ​ໄດ້​ຜັນ​ຂະຫຍາຍ. ​ເດືອນ 08/2016 ຕວກກີ ປຸກລະດົມ​ບັ້ນຮົບ​ດັ່ງກ່າວ ດ້ວຍ​ເລື່ອງນຳ​​ເອົາລົດ​ຖັງ, ​ເຮືອບິນ ​ແລະ ພົນທະຫານ ​ມາເພື່ອ​ໜູນ​ຊ່ວຍ​ບັນດາ​ມື​ປືນ​ລຸກ​ຮື້​ຂຶ້ນ ຊີຣີ ຊາວ Arab ​ແລະ ຊາວ Turk. ຫລັງ​ຈາກ​ນັ້ນ ກະຊວງ​ການ​ຕ່າງປະ​ເທດ ຊີຣີ ​ໄດ້ກ່າວ​ປະນາມ​ເລື່ອງ ຕວກກີ ລ່ວງ​ລະ​ເມີດ​ຜືນ​ແຜ່ນ​ດິນປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ