ຕວກກີເຊື່ອມຕໍ່ການເຈລະຈາເຂົ້າເປັນສະມາຊິກອີຢູ

ຕວກກີເຊື່ອມຕໍ່ການເຈລະຈາເຂົ້າເປັນສະມາຊິກອີຢູ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 14/12, ສະຫະພາບ​ເອີລົບ (ອີ​ຢູ) ​ແລະ ​ຕວກ​ກີ​ໄດ້​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຕ່າງໆ​ກ່ຽວ​ກັບ​ເລື່ອງ​ປະ​ເທດ​ນີ້​ເຂົ້າ​ເປັນ​ສະມາຊິກ ອີ​ຢູ. ທີ່​ການ​ເຈລະຈາ, ອີ​ຢູ ​ແລະ ​ຕວກກີ​ປຶກສາ​ຫາລື​ກ່ຽວ​ກັບ​ພາກ​ທີ 17 ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ​ເສດຖະກິດ ​ແລະ ​ເງິນຕາ. ຕາມ​ທ່ານກຳມະການ​ເອີ​ລົບ Hohannes Hahn ​ແລ້ວ, ນີ້​ແມ່ນ​ຈຸດ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ໃຫ້ 2 ຝ່າຍ​ເຊື່ອມ​ຕໍ່​ການ​ເຈລະຈາ. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ກ່ອນ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Luxembourg Jean Asselborn, ປະ​ເທດ​ພວມ​ເປັນ​ປະທານ​ຜັດປ່ຽນຂອງ ອີ​ຢູ​ໄດ້ຢືນຢັນ​ວ່າ, ອີ​ຢູຈຳ​ເປັນ​ຕ້ອງ​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ກ່ຽວຂ້ອງ​ເຖິງ​ຫຼາຍ​ບັນຫາ​ສາກົນ​ກັບ ​ຕວກກີ, ເຊັ່ນ: ການ​ອົບ​ພະຍົບ, ການ​ຕ້ານ​ກໍ່​ການ​ຮ້າຍ, ການ​ຮັບປະກັນ​ດ້ານ​ພະລັງງານ, ​ເສດຖະກິດ, ການ​ຄ້າ, ດິນ​ຟ້າ​ອາກາດ…ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ບັນດາ​ບັນຫາ​ເອີ​ລົບ ​ແລະ ຫົວໜ້າ​ຄະນະ​ເຈລະຈາ​ຂອງ Ankara, Volkan Bozkir, ກໍ່​ຫວັງ​ວ່າ​ວິວັດ​ທະນາການ​ເຂົ້າ​ເປັນ​ສະມາຊິກ ອີ​ຢູ ຂອງ Ankara ຈະ​ດຳ​ເນີນ​ໄປ​ຢ່າງ “ຕັ້ງໜ້າ ​ແລະ ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ“ ​​ແລະ ບັນດາ​ໂຄງການ​​ສຳຄັນ​ອື່ນໆສຳລັບ​ຕວກກີກໍ່​ຈະ​ໄດ້​ຮັບ​ການ​ເປີດ​ອອກ.

ຂ່າວ/ບົດ​ອື່ນ