ຕວກກີເພີ່ມທະວີກຳລັງຢູ່ເຂດຊາຍແດນຕິດກັບຊີຣີ

ຕວກກີເພີ່ມທະວີກຳລັງຢູ່ເຂດຊາຍແດນຕິດກັບຊີຣີ - ảnh 1
ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan
(ພາບ: AFP)

(vovworld) - ວັນ​ທີ 25/12, ຕວກກີ ໄດ້​ຜັນ​ຂະຫຍາຍລົດ​ຕັງ ​ແລະ ກອງ​ປືນ​ໃຫຍ່​ຕື່ມ​ອີກ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ຊີຣີ, ບ່ອນ​ທີ່ Ankara ພວມ​ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ຍາດ​ເອົາ​ສິດ​ຄວບ​ຄຸມ​ຖານ​ທີ່​ໝັ້ນ​ຂອງ​ລັດ ອິດສະ​ລາມ IS. ສຳນັກ​ຂ່າວສານ​ແຫ່ງ​ລັດ Anadolu ​ໃຫ້​ຂ່າວ​ວ່າ, ລົດ​ຕັງ​, ພາຫະນະ​ຂົນ​ສົ່ງ​ດ້ານ​ການ​ທະຫານຈຳນວນ​ໜຶ່ງ ​ແລະ ກອງ​ປືນ​ໃຫຍ່​ຢ່າງ​ໜ້ອຍ​ສຸດ​ແມ່ນ 10 ກອງ ​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢູ່ Oguzeli ​ແລະ Karkamis ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ ຕວກກີ.

ຂ່າວ/ບົດ​ອື່ນ