ຕວກກີເລືອກຕັ້ງປະທານສະພາແຫ່ງຊາດ

ຕວກກີເລືອກຕັ້ງປະທານສະພາແຫ່ງຊາດ - ảnh 1
ທ່ານ Ismail Kahraman ສະມາຊິກ​ລັດຖະສະພາ
(ພາບ: ອິນເຕີແນັດ)

(vovworld) – ​​ ວັນ​ທີ 22/11, ສະພາ​ແຫ່ງ​ຊາດ ຕວກກີ ​ເລືອກ​ເຟັ້ນສະມາຊິກ​ລັດຖະສະພາທ່ານ Ismail Kahraman, ສະມາ​ຊິກ​ພັກ​ຍຸຕິ​ທຳ ​ແລະ ພັດທະນາ (AKP) ກຳ​ອຳນາດ, ​ເປັນ​ປະທານ​ສະພາ​ແຫ່ງ​ຊາດຄົນ​ໃໝ່​ຂອງ​ອົງການ​ນິຕິບັນຍັດ​ນີ້. ​ເລື່ອງ​ເລືອກ​ຕັ້ງ​ປະທານ​ສະພາ​ແຫ່ງ​ຊາດ​ຄົນໃໝ່ ​ແມ່ນ​ບາດກ້າວ​ສຳຄັນ ​​ໃນ​​ເວທີການ​ເມືອງ ຕວກກີ ພາຍຫລັງ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​​ໃນ​ວັນ​ທີ 1/11, ​ໃນ​ນັ້ນ AKP ຍາດ​ໄດ້​ທີ່​ນັ່ງ​ດ້ວຍ​ຈຳນວນ​ຫລາຍ​ຢູ່​ສະພາ​ແຫ່ງ​ຊາດ 317 ທີ່​ນັ່ງ.

 


ຂ່າວ/ບົດ​ອື່ນ