ຕວກກີເຫດວາງລະເບີດໃກ້ກັບຖານທີ່ໝັ້ນການທະຫານຢູ່Istanbul,ເຮັດໃຫ້ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ5ຄົນ

ຕວກກີເຫດວາງລະເບີດໃກ້ກັບຖານທີ່ໝັ້ນການທະຫານຢູ່Istanbul,ເຮັດໃຫ້ມີຜູ້ຮັບບາດເຈັບຢ່າງໜ້ອຍສຸດ5ຄົນ - ảnh 1
ເຫດວາງລະເບີດໃກ້ກັບຖານທີ່ໝັ້ນການທະຫານຢູ່ Istanbul
(ພາບ: REUTERS /TTXVN)

(vovworld) - ວັນ​ທີ 12/05 ຢູ່​ຖານ​ທີ່​ໝັ້ນການ​ທະຫານ Istanbul, ຕວກກີ ​ໄດ້​ເກີດ​​ເຫດ​ວາງລະ​ເບີດ ​ເຮັດ​ໃຫ້ມີ​ຜູ້​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ​ສຸດ 5 ຄົນ. ການ​ກະທຳ​ນີ້ ​ເກີດ​ຂຶ້ນ​ໃນ​ສະພາວະທີ່ ຕວກກີ ພວມຖືກ​ຈັດ​ວາງ​ໃນ​ສະພາບ​ການລະມັດລະວັງ​ສູງ ຕໍ່​ບັນດາ​ການ​ບຸກ​ໂຈມ​ຕີ. ຕາມ​ສຳນັກ​ຂ່າວສານ Dogan ​ເຫດ​ວາງລະ​ເບີດ​​ເກີດ​ຂຶ້ນ​ຈາກ​ລົດ​ໂອ​ໂຕ​ຄັນ​ໜຶ່ງ​ທີ່​ເມືອງ Sancaktepe ຂຶ້ນ​ກັບທະວີບອາຊີຂອງ stanbul. ​ໃນ​ຈຳນວນ​ຜູ້​ຮັບ​ບາດ​ເຈັບມີ​ທັງພົນທະຫານ. ປະຈຸ​ບັນບັນດາ​ລົດ​ໂຮງ​ໝໍ​ພວມຖືກ​ຈັດ​ໄປ​ຍັງສະຖານ​ທີ່​ເກີດ​​ເຫດ​ດັ່ງກ່າວ​ຢ່າງ​ຮີບ​ດ່ວນ.

ຂ່າວ/ບົດ​ອື່ນ