ຕວກກີແລະລັດເຊຍປຶກສາຫາລືເລື່ອງນຳໃຊ້ເຂດນ່ານຟ້າຢູ່ Idlib

(VOVWORLD) -ຕວກກີ ແລະ ລັດເຊຍ ພວມປຶກສາຫາລືກ່ຽວກັບເລື່ອງນຳໃຊ້ເຂດນ່ານຟ້າຢູ່ເຂດ Idlib ຂອງຊີຣີ.
ຕວກກີແລະລັດເຊຍປຶກສາຫາລືເລື່ອງນຳໃຊ້ເຂດນ່ານຟ້າຢູ່ Idlib - ảnh 1 (ພາບປະກອບ: TTXVN)

ວັນທີ 20 ກຸມພາ, ສື່ມວນຊົນຕາເວັນອອກກາງ ໄດ້ຄັດຄຳເວົ້າຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຕວກກີ Hulusi Akar ໂດຍໃຫ້ຮູ້ວ່າ, ຕວກກີ ແລະ ລັດເຊຍ ພວມປຶກສາຫາລືກ່ຽວກັບເລື່ອງນຳໃຊ້ເຂດນ່ານຟ້າຢູ່ເຂດ Idlib ຂອງຊີຣີ. ທ່ານລັດຖະມົນຕີ Hulusi Akar ໃຫ້ຮູ້ວ່າ ໄດ້ດຳເນີນ “ການເຈລະຈາຢ່າງໂປ່ງໄສ” ລະຫວ່າງບັນດາເຈົ້າໜ້າທີີ່ຕວກກີ ແລະ ລັດເຊຍ ຢູ່ພື້ນທີ່ຕົວຈິງຢູ່ Idlib ແລະ ເວົ້າວ່າ Ankara ຈະບໍ່ຍອມຮັບຂໍ້ສະເໜີໃດໆເພື່ອແນໃສ່ຍົກຍ້າຍບັນດາຄ້າຍຕິດຕາມກວດກາຂອງເຂົາເຈົ້າຢູ່ເຂດນີ້.

          ຕາມທ່ານ Hulusi Akar ແລ້ວ, ຕວກກີ ຈະສືບຕໍ່ເຂົ້າຮ່ວມບັນດາການລາດຕະເວນຮ່ວມກັບກຳລັງສາລະວັດທະຫານລັດເຊຍ ຢູ່ຊີຣີ ຕາມແຜນການ. ຄຽງຂ້າງນັ້ນ, ທ່ານກໍ່ເນັ້ນໜັກວ່າ Ankara ບໍ່ຊອກຫາວິທີເພື່ອ “ສູ້ຢັນ” ກັບລັດເຊຍ ຍ້ອນບັນດາຄວາມເຄັ່ງຕຶງພວມປິນຂັ້ນໄດທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີຂອງອຳນາດການປົກຄອງຊີຣີ ຢູ່ Idlib.

ຕອບກັບ

ຂ່າວ/ບົດ​ອື່ນ