ຕ້ອງນຳໃຊ້ມາດຕະການດ້ານນິຕິກຳ ແລະ ກົດໝາຍສາກົນເພື່ອແກ້ໄຂຄວາມບໍ່ລົງລອຍກັນບົນທະເລຕາເວັນອອກ

ຕ້ອງນຳໃຊ້ມາດຕະການດ້ານນິຕິກຳ ແລະ ກົດໝາຍສາກົນເພື່ອແກ້ໄຂຄວາມບໍ່ລົງລອຍກັນບົນທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) –  ​ໂດຍ​ບໍ່​ຫົວຊາ​ຕໍ່​ຫາງ​ສຽງ​ສາກົນ, ຈີນ ​ໄດ້​ມີ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ຢູ່​​ເຂດທະ​ເລ​ຕາ​ເວັນ​ອອກເຄັ່ງ​ຕຶງ​​ເພີ່ມ​ຂຶ້ນ. ສື່​ສານ​ສາກົນ​ສືບ​ຕໍ່​ເຕື້ອ​ງ​ເຖິງ​​ວຽກ​ງານຕ່າງໆເຊິ່ງ​ບັນດາປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ​ຄວນເຮັດ, ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ “ຍຸດ​ທະ​ສາດ​ຂະຫຍາຍ​ອານາ​ເຂດ” ຂອງ​ຈີນ. ວັນ​ທີ 30/06, ໜັງສືພິມ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິ​ກາ (The National Interest) ​ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ນັກ​ຂ່າ​ວ Harry J.Kazianis ຊີ້​ແຈ້ງວ່າ ຈີນ​ພວມ​ປະຕິບັດ​ກົນອຸບາຍ​ປັບປຸງ​ຍຸດ​ທະ​ສາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ດ້ວຍ​ບັນດາວິທີ​ໃໝ່​ເພື່ອ​ປັບປຸງ​ທີ່​ຕັ້ງ​ຂອງ​ຕົນຄື ​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ຢູ່​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຈຳໜ່າຍແຜນ​ທີ່​ໃໝ່, ລວບ​ລວມ​ເອົາບັນດາ​ເຂດ​ທະ​ເລ, ໝູ່​ເກາະຢູ່​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງໝົດເຂົ້າ​ອັນ​ທີ່​ເອີ້ນ​ວ່າ “​ອະທິປະ​ໄຕ” ຂອງ​ປັກ​ກິ​ງ. ຕາມ​ນັກ​ຂ່າວ Kazianis ​ແລ້ວ, ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ນີ້​ແມ່ນວິທີ​ເພື່ອ​ໃຫ້​ຈີນ ປ່ຽນ​ແປງ​ສະພາບ​ຕົວ​ຈິງ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ ​ແລະ ​ເຂດ​ທະ​ເລ, ​ເພື່ອ​ເຮັດ​ໃຫ້​ຫາງ​ສຽງສາກົນ​ມີຄວາມ​ຮັບ​ຮູ້​​ຕາມ​ທັດສະນະສະ​ເພາະ​ຂອງ​ປະ​ເທດ​ນີ້​. ນັກ​ຂ່າວ Kazianis ກໍ່​ໃຫ້​ຮູ້​ວ່າ ບັນດາ​ການ​ກະທຳ​ຂອງ​ຈີນ ​ໃນ​ໄລຍະ​ຜ່ານ​ມາ​ ແມ່ນ​ສິ່ງ​ທ້າ​ທ້າຍ​ສຳລັບ​ອາ​ຊຽນຢ່າງ​ຈະ​ແຈ້ງ. ​ເລື່ອງ​ຈີນຖະ​ແຫຼ​ງອະທິປະ​ໄຕຢູ່​ທະ​ເລ​ຕາ​ເວັນ​ອອກ​ເຖິງ 90%  ​ແມ່ນ​​ໄພ​ຂົ່ມ​​ຂູ່​ໂດຍ​ກົງ​​ເຖິງບັນດາ​ປະ​ເທດ​ທີ່​​ໄດ້ຮັບ​ຜົນ​ປະ​ໂຫຍ​ດຈາກ​ເຂດ​ທະ​ເລ​ລວມນີ້. ຖ້າ​ຫາກ​ບໍ່​ມີ​ບັນດາ​ມາດ​ຕະການ​ເພື່ອ​ສະ​ກັດ​ກັ້ນ, ສິ່ງ​ດັ່ງກ່າວ​ຈະ​ສ້າງ​ຄວາມ​ຊິນເຄີຍ​ທີ່​ອັນ​ຕະລາຍ. ນັກ​ຂ່າວ Kazianis ຖື​ວ່າ ອາ​ຊຽນ ຕ້ອງ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ດ້ວຍ​ທຸກ​ວິທີ​. ບັນດາ​ປະ​ເທດ​ສາມາດ​ນຳ​ໃຊ້​ມາດ​ຕະການ​ດ້ານ​ນິຕິ​ກຳ ​ແລະ ກົດໝາຍ​ສາກົນ​, ຄື​​ເລື່ອງ ຟີ​ລິບ​ປິນ ຮ້ອງ​ຟ້ອງ​ຈີນ ຕໍ່​ສານ​ສາກົນ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​​ໃນ​ປະຈຸ​ບັນ. ສາກົນ​ກໍ່​ຕ້ອງ​ມີ​ບາດກ້າວ​ເພື່ອ​ກີດ​ຂວາງ​ການ​ກະທຳ​ນີ້​ຂອງ​ຈີນ ຍ້ອນ​ບໍ່​ມີ​ໃຜ​ແນ່ນອນ​​ໄດ້ວ່າ ຈີນ ຈະ​ບໍ່​ສືບ​ຕໍ່​ປະຕິບັດ​ຍຸດ​ທະ​ສາດຂະຫຍາຍ​ອານາ​ເຂດຂອງ​ຕົນ​​ຢູ່​ພາກ​ພື້ນອື່ນໆ ​ແລະ ບັນດາ​ປະ​ເທດ​ໃນ​​ໂລກກໍ່​ສາມາດ​ນຳ​ໃຊ້​ວິທີ​ຄື​ດັ່ງກ່າວ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດຂອງ​ປະ​ເທດ​ຕົນ.

        ວັນ​ທີ 30/06, ໜັງ​ສື່​ພິມ​ເອ​ເລກ​ໂຕ​ນິກ ​ໂລກ​ດຳ​ເນີນ​ທຸລະ​ກິດ (Bussiness world) ຂອງ​ຟີ​ລິບ​ປິນ ​ໄດ້​ລົງ​ພິມ​ຖະ​ແຫຼ​ງການຂອງ​ກະຊວງ​ການ​ຕ່າງປະ​ເທດ​ຟິລິ​ບປິນ, ​ໂດຍ​ຫວນ​ຄືນ​ຫຼັກ​ໝັ້ນ​ຄັດຄ້ານ​ຈີນ ປະກາດ​ແຜນ​ທີ່​ໃໝ່, ຖື​ວ່າ ​ແຜນ​ທີ່​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄຳ​ຖະ​ແຫຼງທີ່​ໄຮ້​ເຫດຜົນ​ຂອງ​ຈີນ ​ແລະ ​ໄປ​ຝືນ​ກັບກົດໝາ​ຍາ​ສາກົນ. ກ່ອນ​ໜ້າ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ອີນ​ເດຍ ກໍ່​ຢືນຢັນ​ວ່າ ​ແຜນ​ທີ່​ໃໝ່​ຂອງ​ຈີນ ຈະ​ບໍ່​ສາມາດ​ປ່ຽນ​ແປງ​​ສະພາບ​ຕົ​ວຈິງ​ໃນ​ປະຈຸ​ບັນ​ໄດ້.

ຂ່າວ/ບົດ​ອື່ນ