ຕ້ອງພັດທະນານະຄອນເກີນເທີຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ

ຕ້ອງພັດທະນານະຄອນເກີນເທີຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ - ảnh 1
ທ່ານນາງ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 6/8, ຢູ່ນະຄອນ ​ເກີນ​ເທ​ີ, ທ່ານ​ນາງ ຫງວຽນ​ທິກິມ​ເງິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ພັກ​ນະຄອນ ​ເກີນ​ເທີ ກ່ຽວ​ກັບ​ໝາກຜົນ​ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ ​ເກີນ​ເທີ ​ໃນ​ໄລຍະ​ຫັນ​ປະ​ເທດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ. ທ່ານ​ນາງ ຫງວຽນ​ທິກິ​ມ​ເງິນ ຖື​ວ່າ: ​​ໃນ​ວິທີ​ການ​ຕີ​ລາຄາ, ນະຄອນ ​ເກີນ​ເທີ​ຕ້ອງ​ມີ​ບັນດາ​ການ​ປຽບທຽບ​ກ່ອນ ​ແລະ ຫຼັງ​ການ​ປະຕິບັດ​ມະຕິ​ເລກທີ 45 ມີ​ບັນດາ​ສິ່ງ​ສະ​ດວກ ​ແລະ ຄວາມ​ຫຍຸ້ງຍາກ​ໃດ​ແດ່ ​ແລະ ໝາກຜົນ​ຄື​ແນວ​ໃດ. ການ​ສົມທົບ​ຂອງ ​ເກີນ​ເທີ ກັບ​ບັນດາ​ຄະນະ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ດີ​ພໍ​ສົມຄວນ, ​ແຕ່​ຕ້ອງ​​ເຮັດ​ແຈ້ງຄວາມ​ຮັບຜິດ​ຊອບ, ​ໄຈ້​ແຍກ​ແຫຼ່ງກຳລັງ, ການ​ໜູນ​ຊ່ວຍ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ເພື່ອ​ອອກ​ມາດ​ຕະການ​ປະຕິ​ບັດ.  ຄຽງ​ຄູ່​ກັນ​ນັ້ນ, ​ເກີນ​ເທີ ຕ້ອງ​ກວດກາ, ປັບປຸງ​ເພີ່ມ​ເຕີມ​ແຜນການ ພັດທະນາ​ເສດຖະກິດ - ສັງຄົມ​​ໃຫ້​​ເໝາະ​ສົມ​ກັບ​ບົດບາດ​ໜ​້າທີ່​ເປັນ​ນະຄອນ ​ໃຈກາງ, ປະຕິບັດ​ການ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ.


ຂ່າວ/ບົດ​ອື່ນ