ຕ້ອງມີຄວາມຕັດສິນໃຈດ້ານການເມືອງເພື່ອນຳປະເທດຊາດພັດທະນາໃນໄລຍະໃໝ່

ຕ້ອງມີຄວາມຕັດສິນໃຈດ້ານການເມືອງເພື່ອນຳປະເທດຊາດພັດທະນາໃນໄລຍະໃໝ່ - ảnh 1
ພາບ​ປະ​ກອບ

(vovworld) – ​ຕ້ອງມີ​ຄວາມ​ຕັດ​ສິນ​ໃຈ​​ດ້ານການ​ເມືອງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢັ້ງ​ຢືນ​ສິ່ງ​ດັ່ງ​ກ່າວ​ເມື່ອ​ສະ​ຫລຸບ 1,5 ວັນ​ຈັດ​ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ ​ຂອງ​ລັດ​ຖະ​ບານ​ກັບ​ການ​ນຳຂອງ 63 ແຂວງ, ນະ​ຄອນ​ໃນ​ວັນ​ທີ 29/12. ນີ້​ແມ່ນ​ສານ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ທີ່ຢາກ​ສົ່ງ​ເຖິງ​ການ​ນຳ​​ທຸກ​ຂັ້ນ, ບັນ​ດາ​ຂ​ະ​ແໜງ​ການ ແລະ ທ້ອງ​ຖິ່ນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ປີ 2017. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ:

        “ຂ​້າ​ພະ​ເຈົ້າ​ສະ​ເໜີ​ຕ້ອງ​ເອົາ​ໃຈ​ໃສ່, ສຸມ​ໃສ່​ຊີ້​ນຳ​ການ​ບໍ​ລິ​ຫານ​ໃນ​ປີ 2017 ແມ່ນ​​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານເສດ​ຖະ​ກິດ​ມະ​ຫາ​ພາກ, ​ບັນ​ລຸ​ລະ​ດັບເຕີບ​ໂຕ​ສູງ​ກ່​ວາ​ປີ 2016, ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ກຳ​ລັງ​ແກ່ງ​ແຍ້ງ.ຖ້າ​ຫາກບໍ່​ສ້າງ​ໂຄງ​ປະ​ກອບ​ຢ່າງ​ເດັດ​ຂາດ, ບໍ່​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ກຳ​ລັງ​ແກ່ງ​ແຍ້ງ, ພວກ​ເຮົາ​ຈະ​ຖືກ​ຖອຍຫຼັງ, ຈະ​ບໍ່​​ສາ​ມາດແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ສິ່ງ​ແວດ​ລ້ອມ, ການປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ຕ່າງ​ປະ​ເທດ, ບໍ່​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ ແລະ ກໍ່ບໍ່​ຫລຸດ​ພົ້ນ​ອອກ​ຈາກ​​​ລະ​ດັບລາຍ​ຮັບສະ​ເລ່ຍ​ປານ​ກາງ​ໄດ້”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຍົກ​ອອກ 30 ໜ້າ​ທີ່​ລະ​ອຽດ​ສຳ​ລັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ເພື່ອ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ, ໃນ​ນັ້ນ​​ຕົ້ນ​ຕໍແມ່ນ​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ໃນ​ວິ​ວັດ​ແຫ່ງ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ໃນ​ປີ 2017, ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ເງິນ​​ດົ່ງ ຫວຽດ​ນາມ, ຮັບ​ປະ​ກັນ​ກຳ​ລັງ​ຊື້​ຂອງ​ເງິນ​ດົ່ງ ຫວຽດ​ນາມ ໃນ​ໄລ​ຍະ​ກາງ ແລະ ​ໄລ​ຍະຍາວ​, ສຸມ​ໃສ່​ປັບ​ປຸບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ສູ້​ຊົນ​ຍົກ​ລະ​ດັບ​​ໃນ​ເວ​ທີສາ​ກົນ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ.


ຂ່າວ/ບົດ​ອື່ນ